ເຫດລົດໃຫຍ່ເສຍຫຼັກປີ້ນຕົກຄອງນ້ຳເຂດບ້ານດອນນົກຂຸ້ມ (ເສຍຊິວິດຄາທີ 01 ຄົນ)

ໃນວັນທີ 02 ມັງກອນ 2021 ເວລາ 00:43 ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດໃຫຍ່ເສຍຫຼັກປີ້ນຕົກຄອງນ້ຳ ຢູ່ເຂດບ້ານ ດອນນົກຂຸ້ມ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ (ເຂດ1) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນ ເປັນເພດຊາຍ

ອາການເບື້ອງຕົ້ນແມ່ນ ຂາດອາກາດຫາຍໃຈດົນກວ່າ 5 ນາທີ ແລະ ໄດ້ປ້ຳຫົວໃຈ (CPR) ແລ້ວ ຊີບພະຈອນບໍຕອບສະໜອງ ເສຍຊິວິດຄາທີ່.


ດັ່ງນັ້ນ ພວກເຮົາຈື່ງມ້ຽນຄາບອາບສົບຜູ້ເສຍຊິວິດ ມອບໃຫ້ພີ່ນ້ອງໄປເຮັດພິທີທາງສາດສະໜາຕໍ່ໄປ.

ພວກເຮົາຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ

.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑

ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ – ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ – ອຸປະກອນການແພດຕ່າງໆ ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ຕິດຕໍ່ສອບຖາມ: 020 2244 1624 ຫຼື ໂອນບັນຊີ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ຊື່ບັນຊີ: THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK010120000993902001

ທີມກູ້ຊີບກູ້ໄພນະຄອນຫຼວງ1624

Leave a Reply

Your email address will not be published. Required fields are marked *