ຈາກເຫດການໄຟໄໝ້ຕູບຮ້ານອາຫານ ເຂດບ້ານສະພັງເມີກ ເມືອງໄຊທານີ ນະອນຫຼວງວຽງຈັນ ຄືນວັນທີ 31 ທັນວາ 2020 ຜ່ານມາ, ສາເຫດ ຂອງອັກຄີໄພຄັ້ງນີ້ແມ່ນຍ້ອນ ການຈູດບັ້ງພຸໄຟ ແລ້ວໄປຕົກ ໃສ່ຕູບ ທີ່ເປັນຫຍ້າແຫ້ງ ຈິ່ງເຮັດໃຫ້ເກີດໄຟໄໝ້ລາມຢ່າງວອງໄວ ບວກກັບ ມີລົມຈິ່ງເຮັດໃຫ້ໄຟປິວໄປໄໝ້ຕູບທຸກຕູບເສຍຫາຍໜັກ.

ກົດຊົມຄລິບ

ນີ້ເປັນອີກເຫດການທີ່ເກີດຂຶ້ນ ຍ້ອນຄວາມປະໝາດ ແລະ ລະເມີດ ແຈ້ງການຂອງເຈົ້າໜ້າທີ ປກສ ທີ່ຫ້າມຈູດບັງພຸ ແລະ ວັດຖຸ ທີ່ມີສຽງເນືອງນັນ ແລະ ໄວໄຟ.

ຂ່າວກ່ອນໜ້ານີ້

ລາຍງານຈາກອາສາກູ້ໄພໃຫ້ຮູ້ວ່າ ເວລາປະມານ 23:10 ວັນທີ 31 ທັນວາ 2020 ເກີດເຫດໄຟໄໝ້ ຮ້ານຕຳປ່າກ້ວຍ ບ້ານສະພັງເມິກ ເມືອງໄຊທານີ.

ສາເຫດແລະຄວາມເສຍຫາຍ ແມ່ນຍັງບໍ່ຮູ້. ຂໍໃຫ້ທຸກຄົນປອດໄພ.

ລາຍງານໂດຍ: ໝີນ້ອຍ

Leave a Reply

Your email address will not be published. Required fields are marked *