ໃນວັນທີ 1 ມັງກອນ 2021 ເວລາ 02:40 ນາທີ (ຂ້ອນແຈ້ງ )ໃດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624 – 020 55330065 ວ່າ ລົດຈັກລົ້ມເອງ ຢູ່ເສັ້ນ ໂນນຄຳ ເມືອງ ທ່າແຂກ ແຂວງ ຄຳມ່ວນ ເມື່ອໜ່ວຍງານກູ້ໄພພວກເຮົາໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ່ບາດເຈັບ 02ຄົນ ເພດຊາຍແລະຍິງ ກັບຜຸ່ເສຍຊີວິດຄາທີ່ 1 ຄົນ ເພດຍິງ.

ຜູ່ທີ 1 ເພດຊາຍ: ມີອາການມືນເມົາ ຮີບຕາຊ້າຍຈີກໃຫຍ່ ແລະບາດແຜຖະຫລອກຕາມຕົນໂຕ

– ຜູ່ທີ 2 ເພດຍິງ: ບາດແຜຕາມຫົວເຂົ່າຊ້າຍ ແລະ ກະທົບສັນຄໍ

– ຜູ່ທີ 3 ເພດຍິງ : ກະທົບຄໍ ( ຄໍຫັກ ) ເສຍຊີວິດຄາທີ່ ( ສົບໄດ້ມ້ຽນແລ້ວມາຝາກໂຮງເຢັນໂຮງຫມໍແຂວງຄຳມ່ວນ)

ສ່ວນຄົນເຈັບພວກເຮົາຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງຜູ້ກ່ຽວມາຍັງໂຮງຫມໍແຂວງຄຳມ່ວນ.

ທ່ານໃດທີ່ຢາກເປັນສ່ວນໜຶ່ງໃນສັງຄົມໃນການບໍລິຈາກແລະອຸປະຖຳທີມງານຂອງພວກເຮົາກໍສາມາດພົວພັນຄະນະບໍລິຫານງານມູນນິທິ
- ໂທສາຍຕົງ: 020 55330065, 020 23451624
- ຫ້ອງການ : 051 251624
- ສາຍດ່ວນ: 1624 ໂທຟຣີ 24ຊົ່ວໂມງ…