ລົດໃຫຍ່ເສຍຫລັກຕຳກຳແພງ (ມີຄົນເຈັບຕິດພາຍໃນ 1 ຄົນ).

1623 ແຈ້ງໃຫ້ຮູ້ວ່າ ວັນທີ01/01/2020 ເວລາ 01:31 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫຍ່ເສຍຫລັກຕຳກຳແພງ.

ຈຸດເກີດເຫດແມ່ນເສັ້ນທາງໂພນຕ້ອງ. ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 2 ຄົນ:

ຜູ່ທີ1: ເພດຊາຍ ອາຍຸ 17 ປີ ອາຊີບນັກຮຽນ ບ້ານແສງສະຫວ່າງ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.ອາການເບື້ອງຕົ້ນແມ່ນແຄມຕາຈີກແລະມີບາດແຜຕາມໃບຫນ້າ.

ຜູ່ທີ2: ເພດຊາຍ ອາຍຸ 17 ປີ ບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນທ້ອງແຂງ,ເອິກບວມ,ຫົວແຕກແລະເລືອດອອກປາກອອກດັງ(ບໍ່ມີສະຕິ). ຕິດພາຍໃນລົດ.

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ນຳໃຊ້ອຸປະກອນຕັດງັດເພື່ອເອົາຄົນເຈັບທີ່ຕິດພາຍໃນລົດອອກຈາກລົດໃຊ້ເວລາປະມານ 15 ນາທີຈຶ່ງສາມາດນຳຄົນເຈັບອອກມາໄດ້ ແລ້ວໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150 ຕຽງ.

Leave a Reply

Your email address will not be published. Required fields are marked *