ໃນວັນທີ30/ 12/ 2020 ເວລາ: 19:13ນາທີທາງໜ່ວຍກູ້ຊີບອົງການກາແດງລາວໄດ້ຮັບແຈ້ງເຫດຈາກ: ປະຊາຊົນ ຜ່ານເບີສຸກເສີນ: 1625.

ວ່າມີລົດໃຫຍ່ຕຳກັບລົດຈັກຢູ່ເສັ້ນທາງເກົ້າລ້ຽວ ຈຸດເກີດເຫດ: ບ.ດ່ານຄຳ ເມືອງ ສີໂຄດຕະບອງ,ນະຄອນຫຼວງວຽງຈັນ.

ເມື່ອໜ່ວຍກູ້ຊີບອົງການກາແດງລາວອອກກວດສອບໄປເຖິງສະຖານທີ່ເກີດເຫດໄດ້ພົບເຫັນຄົນເຈັບ 1ຄົນ ເປັນເພດຊາຍ

ອາການໃນເບື້ອງຕົ້ນແມ່ນ: ມີບາດແຜເຫຼີ້ນຢູ່ບໍລິເວນແຂນ-ຂາແລະເທິງຫາງຄິ້ວແຕກ

ດັ່ງນັ້ນທາງໜ່ວຍກູ້ຊີບກາແດງລາວຈຶ່ງໄດ້ທຳການປະຖົມພະຍາບານຂັ້ນເບື້ອງຕົ້ນ ແລະ ເຄື່ອນຍ້າຍຄົນເຈັບໄປໂຮງໝໍມິດຕະພາບ150ຕຽງ
