ເນື່ອງຈາກວ່າບໍລິເວນຄວາມກົດດັນສູງຂອງອາກາດໜາວເຢັນທີ່ມີກໍາລັງແຮງຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກະລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດໜາວເຢັນ ແລະ ລົມພັດແຮງໃນແຕ່ລະພາກ ແລະ ໜາວເຢັນຫຼາຍຢູ່ແຂວງພາກເໜືອ ແຂວງໄຊສົມບູນ, ຫຼັກຊາວ ແລະ ເຂດບໍລິເວນໃນໄລຍະວັນທີ່ 31 ທັນວາ 2020 ຫາ ວັນທີ4 ມັງກອນ 2021 ນີ້. ຄາດຄະເນອຸນຫະພູມຕໍ່າາໍສຸດຂີດໃນແຕ່ລະພາກດັ່ງນີ້:

ພາກເໜືອດ້ານຕາເວັນອອກ -1,2 ຫາ 0,5 ອົງສາ C, ພາກເໜືອດ້ານຕາເວັນຕົກ 3,0 ຫາ 5,0 ອົງສາ C, ພາກກາງ 6,0 ຫາ 8,0 ອົງສາ C, ພາກໃຕ້ 12,0 ຫາ 14,0 ອົງສາ C, ນະຄອນຫຼວງ 8,0 ຫາ 10,0 ອົງສາ C

ດັ່ງນັ້ນ, ຈຶ່ງຂໍເເຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນທີ່ອາໄສຢູ່ແຂວງພາກເໜືອ, ພາກກາງ, ແລະ ເຂດພູພຽງບໍລະເວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດໜາວຫຼາຍທີ່ຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນຕໍ່ສຸຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ
