ໃນຄືນວັນທີ່ 29 ທັນວາ 2020 ເກີດເຫດ ໄຟໄໝ້ເຮືອນປະຊາຊົນ ຢູ່ນະຄອນຫຼວງວຽງຈັນ 2 ແຫ່ງ ໃນເວລາໄລ່ເລ່ຍກັນ. ຈິ່ງເຕືອນໄພໃຫ້ທຸກຄົນມີສະຕິລະວັງຕົວ. ໂດຍສະເພາະແມ່ນມື້ວັນສິນ ທີ່ມັກໄຕ້ທູບທຽນບູຊາ.

ເຫດທໍາອິດ: ເຫດໄຟໄໝ້ເຮືອນປະຊາຊົນເຂດບ້ານສີຫອມ ຈາກການລາຍງານຂອງ 1628 ໃຫ້ຮູ້ວ່າ ໃນວັນທີ 29/12/2020ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນເຂດບ້ານສີຫອມ,ເມືອງຈັນທະບູລີ.

ທາງອາສາສະໝັກໜ່ວຍກູ້ຊີບກາແດງລາວອອກກວດສອບເຫດສະຖານທີ່ດັ່ງກ່າວພົບເຫັນເຈົ້າໜ້າທີ່ກຳລັງຄວບຄຸມໄຟໄວ້. ຄວາມເສຍຫາຍໜັກສົມຄວນ.

ສ່ວນສາເຫດແລະມູນຄ່າຄວາມເສຍຫາຍເຈົ້າໜ້າທີ່ກ່ຽວຂ້ອງຈະແຈ້ງຕື່ມພາຍຫຼັງ.

ເຫດທີ່ 2: ແມ່ນໄໝ້ໜັກຫຼາຍ ລາຍງານຈາກກູ້ໄພ ໃຫ້ຮູ້ ໃນເວລາ 19:30 ວັນທີ່ 29 ທັນວາ 2020, ກູ້ໄພ ແລະ ໜ່ວຍມອດໄຟ ກໍາລັງລະດົມກໍາລັງມອດໄຟໄໝ້ເຮືອນ .

.

ຈຸດເກີດເຫດແມ່ນ ເຂດຮ່ອມ 2 ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ລາຍງານເບື້ອງຕົ້ນແມ່ນໄຟໄໝ້ເສຍຫາຍ ແມ່ນເຮືອນ 2 ຊັ້ນ ເສຍຫາຍໝົດຫຼັງ

.

ສ່ວນສາເຫດ ແລະ ຄວາມເສຍຫາຍລະອຽດຈະອັດເດດໃຫ້ຮູ້ຕື່ມພາຍຫຼັງ.

ເສຍໃຈກັບເຫດການຄັ້ງນີ້

ຄລິບລາຍງານສົດ

.

.

.

.

Leave a Reply

Your email address will not be published. Required fields are marked *