ວັນທີ29/12/2020 ເວລາ 10:30 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫຍ່ປີ້ນ.

ຈຸດເກີດເຫດແມ່ນເສັ້ນທາງຫນອງພະຍາ. ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 2 ຄົນ:

ຜູ້ທີ1: ເພດຊາຍ ອາຍຸ 38 ປີ ອາຊີບກຳມະກອນ ບ້ານຊຳຳເກດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
ອາການເບື້ອງຕົ້ນແມ່ນຫົວແຕກແລະມີບາດແຜຕາມຕົນໂຕ.

ຜູ້ທີ2:ເພດຊາຍ ຊາຍ ອາຍຸ 21 ປີ ອາຊີບກຳມະກອນ ບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
ອາການເບື້ອງຕົ້ນແມ່ນມີບາດຈີກບໍລິເວນຄິ້ວແລະມີບາດແຜຕາມຕົນໂຕ.

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150ຕຽງ.
