ບໍລິສັດ ວິສະວະກຳ ທາງລົດໄຟເລກ 2 ສປ ຈີນ ໄດ້ຈັດພິທີສະເຫລີມສະຫລອງ ແລະ ຊົມເຊີຍ ຜົນສຳເລັດໃນການວາງລາງລົດໄຟເສັ້ນທາງ ລົດໄຟ ລາວ-ຈີນ ແຕ່ນະຄອນຫລວງວຽງ ຈັນ ຫາ ແຂວງຫລວງພະບາງ ໃນວັນທີ 29 ທັນວາ 2020 ຊຶ່ງມີຄວາມຍາວ 240 ກິໂລ ແມັດ ຂອງຈຳນວນທັງຫມົດ 422,4 ກິໂລແມັດ ນະຄອນຫລວງວຽງ ຈັນ-ບໍ່ເຕ່ນ ແຂວງຫລວງນ້ຳທາ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸກັນ ບຸນຍົງ ຮອງເຈົ້າ ແຂວງ ຫລວງພະບາງ, ທ່ານ ຫລີ ຈືກົງ ຫົວຫນ້າກົງ ສູນໃຫຍ່ ສປ ຈີນ ປະຈຳພາກເຫນືອ, ລວມທັງພະ ນັກງານ ກຳມະກອນ ແລະ ປະຊາຊົນ ອ້ອມຂ້າງ ເຂົ້າ ຮ່ວມ.

Image may contain: 1 person, standing

ທ່ານ ຫລີ ຈືກົງ ກ່າວວ່າ: ພາຍໃຕ້ການສະຫນັບ ສະຫນູນຂອງສອງປະເທດ ຈີນ-ລາວ ເຮັດໃຫ້ເສັ້ນ ທາງລົດໄຟ ລາວ-ຈີນ ທີ່ທົ່ວໂລກໃຫ້ຄວາມສົນໃຈນັ້ນ ໄດ້ຮັບການວາງລາງ ຈາກນະຄອນ ຫລວງວຽງຈັນ ຫາ ເມືອງມໍລະດົກໂລກ ແຂວງ ຫລວງພະບາງ ຊຶ່ງມີ ຄວາມຫມາຍສຳຄັນທີ່ບົ່ງບອກວ່າ ທາງລົດໄຟ ລາວ-ຈີນ ຊ່ວງປະເທດລາວ ໄດ້ຮັບການວາງລາງ ສຳ ເລັດກາຍເຄິ່ງທາງແລ້ວ ແລະ ເປັນບາດກ້າວກະໂດດ ຂັ້ນໃຫຍ່ ຂອງຄວາມຄືບຫນ້າການກໍ່ສ້າງເສັ້ນ ທາງ ລົດໄຟ ລາວ-ຈີນ ໃຫ້ສຳເລັດຕາມເປົ້າຫມາຍ ແລະ ເປີດນຳໃຊ້ ໃນທ້າຍປີ 2021 ຢ່າງແນ່ນອນ. ແນວໃດ ກໍຕາມ ປີນີ້ເປັນປີທີ່ເສດຖະກິດໂລກ ໄດ້ຮັບຜົນກະ ທົບຢ່າງຫນັກຫນ່ວງ ຈາກການລະບາດ ຂອງພະຍາດ ໂຄວິດ-19 ແຕ່ກໍເປັນປີ ທີ່ສອງປະເທດ ຈີນ-ລາວ ໄດ້ ຮັບຫມາກຜົນອັນພົ້ນເດັ່ນ ໃນການສ້າງ ຄູ່ຮ່ວມຊະ ຕາກຳ ເຮັດໃຫ້ການຮ່ວມ ມືຈີນ-ລາວ ໄດ້ ຮັບການ ພັດທະນາຂຶ້ນອີກບາດກ້າວໃຫມ່.

Image may contain: 6 people, people standing

ນອກນີ້ ຍັງມີ ຫລາຍໂຄງການຮ່ວມມື ທີ່ມີຄວາມຄືບຫນ້າຢ່າງ ຊັດເຈນ ເຊັ່ນ: ທາງດ່ວນວຽງຈັນ-ວັງວຽງ ໄດ້ເປີດນຳ ໃຊ້ຕາມເວລາທີ່ກຳນົດ, ໂຮງກັ່ນນ້ຳມັນແຫ່ງທຳອິດ ຂອງລາວ ໄດ້ເລີ່ມເປີດການຜະລິດໃນໄລຍະທຳອິດ, ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ ໃກ້ຈະສຳເລັດສົມ ບູນ, ການຮ່ວມມື ຫນຶ່ງແລວ ຫນຶ່ງເສັ້ນທາງ ໄດ້ຮັບ ການພັດທະນາຢ່າງໄວວາ, ການດຳເນີນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມ ຊະຕາກຳ ຈີນ-ລາວ ກໍໄດ້ ຮັບການຈັດຕັ້ງຜັນຂະຫຍາຍ ຕາມລຳດັບ.

Image may contain: sky, cloud, outdoor and nature

ໂອກາດດຽວກັນ, ທ່ານ ສຸກັນ ບຸນຍົງ ກໍໄດ້ສະ ແດງຄວາມຊົມເຊີຍ ຕໍ່ບໍລິສັດ ກໍ່ສ້າງທາງລົດໄຟ ສປ ຈີນ ທີ່ຕັ້ງຫນ້າເຮັດບົດບາດຂອງຕົນໃນການວາງລາງລົດໄຟສຳເລັດແລ້ວ 240 ກິໂລແມັດ ຊຶ່ງຖື ວ່າ ເປັນຫົວຫນ່ວຍການຜະລິດທີ່ສຳຄັນ ແລະ ທັນສະ ໄຫມ. ພັກ-ລັດ ຖະບານລາວ ໄດ້ມີຄວາມເປັນຫ່ວງ ເປັນໄຍ ແລະ ເອົາໃຈໃສ່ຊີ້ ນຳໂຄງການນີ້ ຕະຫລອດມາ ເນື່ອງຈາກເປັນໂຄງການສຳຄັນ ເພື່ອປະກອບ ສ່ວນ ເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ຢູ່ ແຂວງ ຫລວງພະບາງ ກໍຄືການພັດທະນາເສດຖະກິດຂອງຊາດໃຫ້ບັນລຸຜົນສຳເລັດຕາມຄາດຫມາຍ. ເສັ້ນທາງລົດໄຟ ລາວ-ຈີນ ແມ່ນ ໂຄງການຮ່ວມມືຍຸດທະສາດທີ່ຜູ້ນຳສູງສຸດຂອງສອງ ພັກ, ສອງລັດໄດ້ຕັດສິນໃຈຊຸກຍູ້ສົ່ງເສີມ ທັງເປັນສ່ວນຫນຶ່ງທີ່ສຳຄັນຂອງຕາຫນ່າງລົດໄຟອາຊີ.

Image may contain: sky, tree, outdoor and nature

ການຮ່ວມມືພັດທະ ນາເສັ້ນທາງ ລົດໄຟ ລາວ-ຈີນ ແມ່ນມີຄວາມຫມາຍ ອັນເລິກເຊິ່ງ ທັງເປັນການເພີ່ມທະວີສາຍພົວພັນມິດຕະພາບ ຂອງປະຊາຊົນສອງຊາດ ທີ່ມີມາແຕ່ຍາວນານ ແລະ ຍັງສະແດງໃຫ້ເຫັນຕົວຈິງ ເຖິງຄູ່ຮ່ວມ ຊະຕາກຳ ຈີນ-ລາວ ອີກດ້ວຍ.

Leave a Reply

Your email address will not be published. Required fields are marked *