ຫ້ອງການສາທາລະນະສຸກ ເມືອງວຽງວຽງ, ແຂວງວຽງຈັນ ອອກຂໍ້ຕົກວ່າດ້ວຍການຈ່າຍຄ່າລົດອຳບຸຍລັງສົ່ງຄົນເຈັບຂື້ນທາງດ່ວນ ແຕ່ໂຮງໝໍເມືອງ ຫາ ແຂວງ ຈ່າຍ 114.000 ກີບ/ຄັ້ງ ແລະ ຫາ ໂຮງໝໍສູນກາງ 224.000 ກີບ/ຄັ້ງ.
.

ຂໍ້ຕົກລົງ, ຂອງຫົວໜ້າຫ້ອງການສາທາລະນະສຸກເມືອງວັງວຽງ ວ່າດ້ວຍການຈ່າຍຄ່າລົດອຳບຸຍລັງສົ່ງຄົນເຈັບຂື້ນທາງດ່ວນ, ອີງໃສ່ການເກັບຄ່າທາງດ່ວນຂອງບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ, ອີງໃສ່ການຕົກລົງເຫັນດີຂອງຄະນະຫ້ອງການສາທາລະນະສຸກເມືອງວັງວຽງ. ຫົວໜ້າຫ້ອງການສາທາລະນະສຸກເມືອງວັງວຽງ ອອກຂໍ້ຕົກລົງຄື: ມາດຕາ 1: ຕົກລົງເຫັນດີໃຫ້ຄົນເຈັບ ຫຼື ພີ່ນ້ອງຄົນເຈັບຊ່ວຍຈ່າຍຄ່າທາງດ່ວນຕາມລາຄາດັ່ງນີ້:
– ລາຄາຄ່າທາງດ່ວນໂຮງໝໍວັງວຽງ ຫາ ໂຮງໝໍແຂວງ ຈ່າຍ 114.000 ກີບ ຕໍ່ຄັ້ງ.
– ລາຄາຄ່າທາງດ່ວນໂຮງໝໍວັງວຽງຫາໂຮງໝໍສູນກາງ (ນະຄອນຫຼວງ) ຈ່າຍ 224.000 ກີບຕໍ່ຄັ້ງ.
– ມາດຕາ 2: ສຳລັບຄົນເຈັບທີ່ບໍ່ຢາກຈ່າຍຄ່າຂື້ນທາງດ່ວນເພີ່ມ ແມ່ນຈະເດີນທາງຕາມທາງເກົ່າ (ທາງ ເລກທີ 13 ເໜືອ).