ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ອອກແຈ້ງການ ຂະຫຍາຍເວລາໃນການຂື້ນທະບຽນເລກຫມາຍໂທລະສັບ ແລະ ຊິມເນັດໃນທົ່ວປະເທດ.

Image may contain: one or more people and phone

ເພື່ອເປັນການອໍານວຍຄວາມສະດວກ ໃຫ້ແກ່ເຂດຫ່າງໄກສອກຫຼີກ ແລະ ຜູ້ທີ່ຍັງກະກຽມເອກະສານທີ່ໃຊ້ ປະກອບການຂື້ນທະບຽນບໍ່ທ່ວງທັນ ເນື່ອງຈາກ ສະພາບການແຜ່ລະບາດ ຂອງພະຍາດ ໂຄວິດ19(COVID19) ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈຶ່ງໄດ້ຂະຫຍາຍເວລາ ໃນການຂຶ້ນທະບຽນເລກຫມາຍ ໂທລະສັບ ແລະ ປິດການນໍາໃຊ້ອອກໄປຕື່ມໄລຍະຫນຶ່ງ

Image may contain: 2 people, phone

1. ສືບຕໍ່ຈັດຕັ້ງປະຕິບັດ ການຂື້ນທະບຽນເລກຫມາຍໂທລະສັບທຸກລະບົບ (020, 030) ແລະ ຊີມເນັດ, ໂດຍແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1: 01/01/2021-31/05/2021, ສືບຕໍ່ຂື້ນທະບຽນເລກຫມາຍໂທລະສັບທຸກລະບົບ (020, 030) ແລະ ອິນເຕີເນັດ ສໍາລັບເບີທີ່ຍັງບໍ່ທັນໄດ້ຂື້ນທະບຽນ, ໃນໄລຍະນີ້ ເລກຫມາຍໂທລະສັບຈະຍັງສາມາດນໍາໃຊ້ໂທເຂົ້າ-ອອກໄດ້ປົກກະຕິ

ໄລຍະທີ2: 01/06/2021-30/06/2021, ເລກຫມາຍທີ່ຍັງບໍ່ທັນຂື້ນທະບຽນເລກຫມາຍໂທລະສັບທຸກລະບົບ(020, 030) ແລະ ຊິມເນັດ ແມ່ນຍັງສາມາດຮັບໂທລະສັບໄດ້ ແຕ່ບໍ່ສາມາດໂທອອກໄດ້ (ຍົກເວັ້ນ ເບີສຸກເສີນ) ແລະ ບໍ່ສາມາດຫຼິ້ນເນັດໄດ້ ແຕ່ຍັງຈະຮັກສາມູນຄ່າທີ່ຍັງເຫຼືອໄວ້ໃນລະບົບ

ໄລຍະທີ 3: ເລີ່ມແຕ່ ວັນທີ 01/07/2021, ເລກຫມາຍທີ່ຍັງບໍ່ທັນຂຶ້ນທະບຽນເລກຫມາຍໂທລະສັບທຸກລະບົບ(020, 030) ແລະ ຊິມເນັດ ຈະຖືກປິດການນໍາໃຊ້ ບໍ່ສາມາດ ໂທເຂົ້າ-ອອກ ແລະ ຫຼີ້ນເນັດໄດ້, ແຕ່ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຈະຍັງຮັກສາສົດຄວາມເປັນເຈົ້າຂອງເດີມ ຂອງເລກຫມາຍດັ່ງກ່າວໄວ້ ແລະ ສາມາດເປີດຄືນໃຫ້ເຈົ້າຂອງເລກຫມາຍຄືນພາຍໃນໄລຍະເວລາ 30 ວັນ ນັບຈາກວັນທີ່ກໍານົດໄວ້ໃນໄລຍະທີ 3 ນີ້.

Image may contain: 1 person, text

.

Image may contain: 2 people

.

Image may contain: 2 people, phone and text

.

Image may contain: 3 people, phone

Leave a Reply

Your email address will not be published. Required fields are marked *