ໃນວັນທີ28/12/2020 ເວລາ 23:40ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດໃຫຍ່ຕຳລົດຈັກ ແລ້ວໜີ ເຂດບ້ານດົງນາໂຊກ ເມືອງ ສີໂຄດຕະບອງນະຄອນຫຼວງວຽງຈັນ

.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 1 ຄົນ ເພດຍິງ ອາການເບື້ອງຕົ້ນແມ່ນ: ຫົວແຕກ ແລະກະທົບຂາທັ່ງ2ຂ້າງ.

.

ພວກເຮົາຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ ມິດຕະພາບ 150 ຕຽງ ເພື່ອໄປປີນປົວໃຫ້ຊ່ວງເຊົ່າ.
