ນະຄອນຫຼວງວຽງຈັນ: ເຫດຄົນຖືກໄຟໄໝ້ເຂດບ້ານໃໝ່ ໃນວັນທີ 28/12/2020 ເວລາ 18:35 ນາທີ ສະມາຄົມອາສາກູ້ໄພນະຄອນຫຼວງ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີຄົນຖືກໄຟໄໝ້ຢູ່ ບ້ານ ໃໝ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ເຂດ 1) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 1 ຄົນເປັນເພດຊາຍ, ອາຍຸ 35 ປີ ເຊິ່ງມີບາດແຜຖືກໄຟໄໝ້ທົ່ວຕົນຕົວ, ມີອາການແສບຮ້ອນ ແລະ ເຈັບປວດຢ່າງຮຸນແຮງ.

ດັ່ງນັ້ນ, ໜ່ວຍກູ້ໄພຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໄປທີ່ໂຮງໝໍມະໂຫສົດຢ່າງຮີບດ່ວນ.

ສ່ວນສາເຫດຂອງເຫດການຄັ້ງນີ້ບັງບໍ່ຮູ້ຊັດເຈນ,

ອຸປະຕິເຫດສຸກເສີນໂທ : 🚑 1624 🚑
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

  • ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • -ອຸປະກອນການແພດຕ່າງໆ
  • ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
  • ຕິດຕໍ່ສອບຖາມ:020 2244 1624

Leave a Reply

Your email address will not be published. Required fields are marked *