ພິທີປະກາດການອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈໍາປີ 2020 ໄດ້ຈັດຂຶ້ນໃນວັນທີ 25 ທັນວາ 2020 ນີ້ຢູ່ທີ່ຄ້າຍຄຸມຂັງດັດສ້າງ ແຂວງໄຊຍະບູລີ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຄະນະກໍາມະການອະໄພຍະໂທດຂັ້ນແຂວງ, ມີສະມາຊິກສະພາແຫ່ງຊາດ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ນັກທຸລະກິດ ແລະ ຜູ້ປົກຄອງນັກໂທດເຂົ້າຮ່ວມ.

ທ່ານ ສົມເພັດ ຫຼຽນທອງ ຫົວໜ້າໄອຍະການປະຊາຊົນແຂວງ ຂຶ້ນຜ່ານການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈໍາປີ 2020 ໂດຍປະຕິບັດຕາມມາດຕາ 67 ຂໍ້ 12 ຂອງລັດຖະທໍາມະນູນແຫ່ງ ສປປ ລາວ ແລະ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມິຖຸນາ 2018 ເຫັນວ່າວຽກງານອະໄພຍະໂທດປະຈໍາປີ 2020 ແມ່ນເຮັດໄດ້ດີ ເຊັ່ນ: ຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ, ການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ຂອງຄະນະກໍາມະການອະໄພຍະໂທດລະດັບແຂວງ ໄດ້ດໍາເນີນຕາມຂັ້ນຕອນລະບຽບການ ແລະ ເປັນໝູ່ຄະນະ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ຍຸດຕິທໍາ ເຊິ່ງເລີ່ມຕົ້ນແຕ່ຂັ້ນຕອນຄົ້ນຄວ້າເຊື່ອມຊຶມ, ການດໍາເນີນການກວດກາ, ຄັດເລືອກ, ໄຈ້ແຍກຜູ້ກ້າວໜ້າ ແລະ ການຄົ້ນຄວ້າຕົກລົງນໍາສະເໜີລາຍຊື່ນັກໂທດ ທີ່ເຫັນວ່າມີເງື່ອນໄຂທີ່ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດກໍານົດໄວ້ລວມທັງການປະກອບເອກະສານຢັ້ງຢືນຄວາມຖືກຕ້ອງຄົບຖ້ວນ, ຊັດເຈນ ແລະ ທັນເວລາ.

ໃນປີ 2020 ມີນັກໂທດທັງໝົດ 885 ຄົນ, ຍິງ 135 ຄົນ, ມີຄົນຕ່າງປະເທດ 7 ຄົນ ການກະທໍາຜິດທີ່ພົ້ນເດັ່ນກວ່າໝູ່ ແມ່ນການຄ້າຂາຍ ແລະ ມີຢາເສບຕິດໄວ້ໃນການຄອບຄອງ ມີຈໍານວນ 744 ຄົນ, ຍິງ 129 ຄົນ ເທົ່າກັບ 84,16% ນອກຈາກນັ້ນແມ່ນຂໍ້ກ່າວຫາອື່ນໆ ແຕ່ໃນນີ້ມີນັກໂທດຕ່າງແຂວງ ຈໍານວນ 101 ຄົນ, ຍິງ 10 ຄົນ; ສະເພາະແຂວງໄຊຍະບູລີ ແມ່ນມີນັກໂທດ ຈໍານວນ 784 ຄົນ, ຍິງ 125 ຄົນ, ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດຕາມດໍາລັດ ຂອງປະທານປະເທດ ໃນປີ 2020 ຢູ່ແຂວງໄຊຍະບູລີ ມີທັງໝົດ 117 ຄົນ, ຍິງ 22 ຄົນ, ຕ່າງປະເທດ 1 ຄົນ; ໃນນີ້ອະໄພຍະໂທດຫຼຸດຜ່ອນໂທດມີ 116 ຄົນ, ຍິງ 22 ຄົນ, ຕ່າງປະເທດ 1 ຄົນ, ຜ່ອນໂທດ 6 ເດືອນມີ 4 ຄົນ, ຍິງ 2 ຄົນ, ຜ່ອນໂທດ 1 ປີມີ 4 ຄົນ ແລະ ນັກໂທດຜ່ອນໂທດ 9 ເດືອນມີ 108 ຄົນ ສ່ວຍຫຼາຍແມ່ນນັກໂທດຢາເສບຕິດ 112 ຄົນ, ຍິງ 20 ຄົນ, ຕ່າງປະເທດ 1 ຄົນ, ນັກໂທດຄະດີທົ່ວໄປ 4 ຄົນ, ຍິງ 2 ຄົນ, ສ່ວນອະໄພຍະໂທດປ່ອຍຕົວມີ 1 ຄົນ ຄະດີຢາເສບຕິດ.

ສັງລວມແລ້ວພາຍຫຼັງມີລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ຄໍາແນະນໍາ ຂອງຄະນະກໍາມະການອະໄພຍະໂທດລະດັບຊາດ, ການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ຂອງຄະນະກໍາມະການອະໄພຍະໂທດລະດັບແຂວງໄຊຍະບູລີ ໄດ້ດໍາເນີນໄປຢ່າງຖືກຕ້ອງ ແລະ ມີປະສິດທິຜົນ ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາຊົນບັນດາເຜົ່າພາຍໃນແຂວງຢ່າງກວ້າງຂວາງ.

ຈາກນັ້ນ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ໂອ້ລົມໂດຍທ່ານໄດ້ຮຽກຮ້ອງໃຫ້ນັກໂທດທີ່ໄດ້ຮັບການຜ່ອນໂທດ ແລະ ນັກໂທດຜູ້ທີ່ບໍ່ໄດ້ຖືກຜ່ອນໂທດ ຈົ່ງໄດ້ຫັນປ່ຽນພຶດຕິກໍາ ທີ່ບໍ່ດີ, ແນວຄິດໂລບມາກໂລພາເຫັນແກ່ຕົວ, ເອົາໃຈໃສ່ຕັ້ງໜ້າປະຕິບັດລະບຽບການ ຂອງຄຸມຂັງວາງອອກ, ພະຍາຍາມພັດທະນາປັບປຸງຕົນເອງ ໃຫ້ເປັນຄົນດີ ເພື່ອຈະໄດ້ອະໄພຍະໂທດໃນປີຕໍ່ໄປ.

Leave a Reply

Your email address will not be published. Required fields are marked *