ໃນແລງມື້ນີ້ທີ 27 ທັນວາ 2020 ທ່ານ ລໍາເງິນ ວົງພະຈັນ ປະທານສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ໄດ້ມອບເງິນກິນທານແລະຊື້ດິນຝັງສົບ ທີ່ໄດ້ຮັບຈາກຜູ້ໃຈບຸນ ລວມທັງໝົດ 15.000.000 ກີບ ເພື່ອມ້ຽນຄາບອາບສົບພໍ່ ເພັງ ຜູ່ເສຍຊີວິດເຊິ່ງເປັນຄອບຄົວທຸກຍາກມາແຕ່ບ້ານຫ້ວຍຄາດ ເມືອງງາ ແຂວງອຸດົມໄຊ ເປັນທີ່ຮຽບຮ້ອຍແລ້ວ.

ຂໍຂອບໃຈກັບຜູ່ໃຈບຸນທັງຫຼາຍທີ່ຊ່ວຍເຫຼືອກິນທານຮ່ວມກັນນຳການຈັດຕັ້ງໜ່ວຍກູ້ໄພນະຄອນຫຼວງ 1624 ໃນຄັ້ງນີ້

ຂໍໃຫ້ຜູ່ໃຈບຸນທັງຫຼາຍທຸກໆທ່ານຈົ່ງປະສົບແຕ່ຄວາມສຸກຄວາມຈະເລີນ ຄວາມເຈັບຢ່າໄດ້ ຄວາມໄຂ້ຢ່າມີ ເງິນ-ຄຳ ໄຫຼມາເທມາບໍ່ຂາດສາຍ, ກິດຈະການຈະເລີຍຮຸ່ງເຮືອງ,ອາຍຸໝັ້ນຂ້ວນຍືນ ມີອາຍຸຍືນຍາວໝັ້ນ ຊ່ວຍເຫຼືອສັງຄົມຕະຫຼອດໄປ.

ສາທຸເຖິດ…🙏🙏🙏🙏🙏

Leave a Reply

Your email address will not be published. Required fields are marked *