ຂ່າວແຮງຄວາມປິຕິຍິນດີ ຕໍ່ນັກຮຽນ ທີ່ເຮັດວຽກເສີມທີ່ງານດອງ ແລະ ໄດ້ເກັບສາຍແຂນຄໍານໍ້າໜັກ 3 ບາດ ໄດ້ໃນຄືນວັນທີ 25 ທັນວາ 2020 ຜ່ານມາ, ໃນວັນທີ 27 ທັນວາ 2020 ທາງເຈົ້າຂອງຊັບ ໄດ້ອອກຕາມຫານ້ອງຄົນດັ່ງກ່າວອີກຄັ້ງໜຶ່ງ ເພື່ອມອບຄ່າຕອບແທນ ຄວາມດີຂອງນ້ອງ. ໂດຍທາງ Mueymanh SaeLee ໄດ້ໂພດອະທິບາຍ ຊີ້ແຈງ ການສົມມະນາຄຸນ ທີ່ໃຫ້ກ່ອນໜ້ານີ້ 500 000 ກີບ ດັ່ງນີ້

”ໃນຄໍ່າຄືນມື້ເກີດເຫດວັນທີ່ 25/12/2020 ເນື່ອງຈາກວ່າທາງພວກເຮົາບໍ່ໄດ້ເອົາເງິນສົດໄປນຳຫລາຍ, ມີຕິດຖົງພຽງແຕ່ 500.000 ຈຶ່ງສົມມະນາຄຸນນ້ອງນ້ອຍເທົ່ານັ້ນກ່ອນ, ແລະ ໃນມື້ນີ້ພວກເຮົາຈຶ່ງໄປຊອກຫານ້ອງນ້ອຍຈົນພົບແລະໄດ້ມອບເງິນຈຳນວນ 1.000.000 ໃຫ້ກັບນ້ອງເພື່ອເປັນທຶນການສຶກສາ ເງິນຈຳນວນນີ້ກໍ່ບໍ່ສາມາດປະເມີນຄຸນຄ່າຄວາມດີໃນຕົວນ້ອງໄດ້ເລີຍ, ໃນອະນາຄົດຍັງມີການຊ່ວຍເຫຼືອນ້ອງນ້ອຍຄົນດີໄປອີກຍາວນານ. ເອື້ອຍຂໍຂອບໃຈແລະຊົມເຊີຍໃນຄວາມດີຂອງນ້ອງໃນຄັ້ງນີ້ ຄວາມດີແລະນ້ຳໃຈຂອງນ້ອງແມ່ນບໍ່ສາມາດປະເມີນຄ່າໄດ້, ພວກເຮົາຈະບໍ່ລືມບຸນຄຸນໃນຄັ້ງນີ້ເລີຍ. ທາງຄອບຄົວຂອງພວກເຮົາຮູ້ສຶກຊາບຊື້ງໃນຄວາມດີຂອງນ້ອງນ້ອຍທີ່ສຸດທີ່ມີນ້ຳໃຈຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ, ໃນຄວາມໂຊກຮ້າຍກໍ່ຍັງມີຄວາມໂຊກດີເກີດຂຶ້ນ.

ຂໍໃຫ້ຄົນດີໆແບບນ້ອງຈົ່ງພົບເຈີແຕ່ສິ່ງດີໆໃນຊີວິດ ແລະ ຈົ່ງສືບຕໍ່ຮັກສາມູນເຊື້ອເປັນຄົນດີແບບນີ້ຕໍ່ໄປ ຄົນດີໆແບບນີ້ແລະທີ່ສັງຄົມຕ້ອງການ ເຮັດດີຍ່ອມໄດ້ດີ, ໃນອະນາຄົດຂໍໃຫ້ເຈົ້າໄດ້ເປັນເຈົ້າຄົນນາຍຄົນ ຂໍໃຫ້ຈະເລີນຈະເລີນ ບຸນຄ້ຳນ້ຳຊູເດີທ້າວນ້ອຍ.ນ້ອງເປັນຄົນດີມີນ້ຳໃຈເອື້ອຍເຊື່ອວ່າໃນພາຍພາກໜ້າຄວາມດີຂອງນ້ອງຈະຕອບແທນນ້ອງຄືນຫຼາຍເທົ່າຕົວ. ແລະອີກບຸກຄົນໜຶ່ງທີ່ບໍ່ກ່າວເຖິງບໍ່ໄດ້ກໍ່ຄືເອື້ອຍ Alin St ທີ່ຊ່ວຍນ້ອງ, ຖ້າບໍ່ມີເອື້ອຍຊ່ວຍຊອກນ້ອງກໍ່ຄົງຈະບໍ່ໄດ້ສາຍແຂນຂອງແມ່ກັບຄືນມາ, ຂອບໃຈເອື້ອຍຄົນງາມອີກຄັ້ງ, ເອື້ອຍເປັນຄົນທີ່ງາມທັງກາຍວາຈາແລະຈິດໃຈ, ຂໍໃຫ້ບຸນຄໍ້ານ້ຳຊູຊື້ໄດ້ຂາຍໝານເຮັງໆລວຍໆເດີເອື້ອຍ. #ຄົນດີຂອງສັງຄົມ #ຂອບໃຈຈາກໃຈຈິງ #ໂຮງຮຽນເດັກກ່ຳພ້າ

ນ້ອງມີຊື່ວ່າ ທ້າວເມັ່ງວ່າງ ອາຍຸ 14 ປີ ຢູ່ເມືອງນ້ຳບາກ ແລະ ໄດ້ຍ້າຍເຂົ້າມາຮຽນຢູ່ໂຮງຮຽນເດັກກໍ່າພ້າ ແຂວງຫຼວງພະບາງ ປັດຈຸບັນຮຽນຢູ່ ມ.2.ຂໍຂອບໃຈມາຍັງທ່ານຮອງອຳນວຍການ (ທ່ານ ອຈ. ຄຳແສງ ໜໍ່ສະຫວັນ)ແລະອາຈານທຸກໆທ່ານທີ່ສະລະເວລາແລະອຳນວຍຄວາມສະດວກແກ່ພວກຂ້າພະເຈົ້າໃນຄັ້ງນີ້.
ກໍ່ສະແດງຄວາມຊົມເຊີຍ

ຂ່າວກ່ອນໜ້ານີ້
ຜູ່ໃຊ້ເຟສບຸກ Alin St ໄດ້ໂພດເລື່ອງລາວທີ່ປະທັບໃຈໃນວັນທີ່ 26/12/2020 ວ່າ:

ນ້ອງນ້ອຍຄົນນີ້ຄືຄົນດີຂອງສັງຄົມ, ນ້ອງເປັນເດັກກຳພ້າ ເຂົ້າໂຮງຮຽນເດັກກຳ່ພ້າ ຢູ່ບ້ານນາຊາງເມືອງຫລວງພະບາງ(ຈື່ຊື່ນ້ອງບໍ່ໄດ້ແລ້ວ, ເພາະຂ້ອຍດື່ມເບຍໄປຫລາຍ)
ມື້ຄືນນີ້ ນ້ອງໄປເປັນເດັກເສີບນຳ້ກ້ອນໃນງານ ເກັບໄດ້ສາຍແຂນຄຳເຮ່ຍ 3 ບາດ ຢູ່ງານດອງ (ງານໃກ້ຈະເລີກແລ້ວ ເຈົ້າຂອງສາຍແຂນກໍ່ກັບຮອດບ້ານປ່ຽນເຄື່ອງແລ້ວ, ເມື່ອບໍ່ເຫັນສາຍແຂນ ກໍ່ໄດ້ກັບມາ) ຖາມຂ້ອຍວ່າເຫັນສາຍແຂນເຮ່ຍແດ່ບໍ່? ຂ້ອຍກໍ່ວ່າບໍ່ເຫັນ

ຂ້ອຍກໍ່ໄດ້ໄປເລາະຊອກຊ່ວຍ, ຂ້ອຍໄດ້ຖາມນ້ອງຢູ່ແຖວນັ້ນວ່າ ມີຜູ້ໃດເຫັນສາຍແຂນເຮ່ຍແດ່ບໍ່? ນ້ອງຄົນນີ້ຕອບທັນທີເລີຍວ່າ ເຫັນ ແລະໄດ້ຈົກສາຍແຂນອອກມາຍື່ນໃຫ້ຂ້ອຍ ຂ້ອຍກ່າຮີບແລ່ນໄປບອກເຈົ້າຂອງວ່າເຫັນແລ້ວ

ຕອນນີ້ສາຍແຂນຢູ່ກັບເຈົ້າຂອງແລ້ວ. ເຈົ້າຂອງໄດ້ສົມມະນາຄຸນໃຫ້ນ້ອງ 500000 ກີບ ຫ້າແສນກີບ. ນ້ອງວ່າບໍ່ເອົາວ່າຊັ້ນ ແຕ່ພວກເຮົາກໍ່ ບອກໃຫ້ນ້ອງເກັບໄວ້ຊື້ຂະຫນົມກິນ. ໂອ່ຍຫາໃສໄດ້ອີກນໍຄົນດີໆແນວນີ້ຂໍໃຫ້ນ້ອງມີແຕ່ຄວາມຈະເລີນຮຸ່ງເຮືອງ ກ້າວຫນ້າ.
ທ່ານໃຫ້ຮູ້ຊື່ນ້ອງກໍ່ໂພດບອກແດ່ເດີ.