ແຈ້ງການ ເຖິງສຳນັກງານ, ອົງການ, ຜູ້ປະກອບການ, ຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ພະນັກງານ, ລັດຖະກອນ, ທະຫານຕຳຫຼວດ ຕະຫຼອດຮອດພໍ່,ແມ່ປະຊາຊົນ ທັງຄົນລາວ ຊາວຕ່າງປະເທດ ທີ່ອາໃສຢູ່ໃນນະຄອນຫຼວງວຽງຈັນ.
ເລື່ອງ: ການເພີ່ມທະວີຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນໄລຍະກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກ, ງານສຳຄັນຕ່າງໆຂອງພັກຂອງຊາດ, ງານບຸນນໍເປເຈົາ, ບຸນກະເລີ່, ປິີໃໝ່ສາກົນ, ປີໃໝ່ຈີນ-ຫວຽດນາມ ປີ 2020-2021 ເພື່ອຮັບປະກັນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ການຈັດຕັ້ງປະຕິບັດບັນດາແຈ້ງການ, ຄຳສັ່ງກ່ຽວກັບການປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ລັດຖະບານວາງອອກ ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ເຂັ້ມງວດ.

.

.
