ວັນທີ 25 ເດືອນ ທັນວາ 2020 ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ ພາລະກິດສຳເລັດເສັດສີ້ນໄປດ້ວຍດີ ກັບ ການນຳເຄື່ອງມາມອບເພື່ອຕ້ານໄພໜາວ ຈາກນະຄອນຫຼວງວຽງຈັນ ມາມອບໃຫ້ກັບພໍ່-ແມ່ ປະຊົນຊົນ ແລະ ນ້ອງໆນັກຮຽນພ້ອມດ້ວຍຄູອາຈານ ບ້ານເມືອງຢອງ ແລະ ບ້ານຫ້ວຍຄົງ ເມືອງຊຳເໜືອ ແຂວງຫົວພັນ.

ໃນໂອກາດນີ້ທາງສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ ຕ້ອງຂໍຂອບໃຈມາຍັງທ່ານຜູ້ທີ່ບໍລິຈາກ. ບໍ່ວ່າຈະເປັນການສົມທົບດ້ານຄ່າຕ່າງໆ, ເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຮົ່ມທັງມື1 ແລະ ມືສອງ, ອຸປະກອນການສຶກສາ, ເກີບ, ຖົງຕີນ, ເຄື່ອງຫຼີ້ນເດັກນ້ອຍ, ເຂົ້າໜົມ ແລະ ນົມ. ພ້ອມນັ້ນກໍ່ຍັງມີອີກຫຼາຍໆຢ່າງຂອງຜູ້ໃຈບຸນທີ່ສັງເກດໄດ້ຈາກຮູບພາບທີ່ທາງເຮົານຳມາມອບໃຫ້ກັບພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນໃນຄັ້ງນີ້ມີຈຳນວນ 2 ບ້ານ.

- 1./ ບ້ານເມືອງຢອງມີ 54ຫຼັງຄາເຮືອນ,ພົນລະເມືອງທັງໝົດ 365ຄົນ.
- 2./ ບ້ານຫ້ວຍຄົງມີ 84ຫຼັງຄາເຮືອນ,ມີພົນລະເມືອງທັງໝົດ 474ຄົນ.
- 3./ ໂຮງຮຽນປະຖົມສົມບູນ ບ້ານເມືອງຢອງ+ບ້ານຫ້ວຍຄົງມີນັກຮຽນ115ຄົນ,ມີຄູສອນ6ຄົນ.

ທາງເຮົາແມ່ນໄດ້ມອບໃຫ້ດ້ວຍມືຂອງເຮົາເອງ ແລະ ເພິ່ນກໍ່ຮັບເອົາດ້ວຍຄວາມດີອົກດີໃຈ ທີ່ພໍ່ແມ່ພີ່ນ້ອງທາງວຽງຈັນ ແລະ ທົ່ວສັງຄົມໄດ້ໂຮມໃຈກັນ ແລະ ຊ່ວຍສົມທົບກັນຈົນເຮັດໃຫ້ເລື່ອງດີໆແບບນີ້ເກີດຂື້ນ. ນອກນັ້ນກໍ່ຂໍຂອບໃຈມາຍັງການອົງການຈັດຕັ້ງພັກ-ລັດ ກໍຄືທາງອຳນາດການປົກຄອງເມືອງຊຳເໜືອ ແຂວງຫົວພັນ ທີ່ໄດ້ມອບໃບຍ້ອງຍໍ ເພື່ອເປັນຫຼັກໝັ້ນ ແລະ ຂອບໃຈມາຍັງພວກເຮົາ. ທີ່ຂາດໄປບໍ່ໄດ້ກໍຄືປະຊາຊົນສອງໝູ່ບ້ານທີ່ຕ້ອນຮັບທາງທີມງານເຮົາເປັນຢ່າງດີ ແລະ ເພິ່ນຍັງໄດ້ຈັດງານບາສີສູ່ຂ້ວນ ແລະ ລ້ຽງເຂົ້າສາມັກຄີອີກດ້ວຍ. ຂໍຂອບໃຈດ້ວຍໃຈຈິງ.

ສຸດທ້າຍນີ້ ຂໍອວຍພອນໄຊໃຫ້ທ່ານຜູ້ໃຈບຸນທັງຫຼາຍທີ່ໄດ້ສົມທົບກັນຈົນເຮັດໃຫ້ກິດຈະກຳດີດີແບບນີ້ເກີດຂື້ນ ຈົ່ງມີຄວາມສຸກຄວາມຈະເລີນ ສຸຂະພາບແຂງແຮງ ຄອບຄົວຢູ່ດີມີແຮງປາສະຈາກໂລກໄພໄຂ້ເຈັບຕ່າງ ມີໂຊກລາບຂ້າຂາຍລ່ຳລວຍ ທຸລະກິດການງານຈະເລີນກ້າວໜ້າ ຍິ່ງໆຂື້ນ ແລະ ຕະຫຼອດໄປ.ສາທຸ.

.

.

.

.

.

.

.

.

.

.

.
