ໃນວັນທີ26/12/2020 ເວລາ 03:23ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸປະຕິເຫດ ລົດໃຫຍ່ຕຳເສົາໄຟຟ້າ ຢູ່ບ້ານ ຮ່ອງແກ່ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ

.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 1 ຄົນ

ອາການເບື້ອງຕົ້ນແມ່ນ: ມີແຜຈິກຂາດຢູ່ຂາເບື້ອງຂວາ. ພວກເຮົາຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ ມິດຕະພາບ 150 ຕຽງ ເພືອໄປປີນປົວໃຫ້ຊ່ວງເຊົ່າ.
