ໃນວັນທີ 24/12/2020 ເວລາ 16:20 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 5432 3636 ວ່າມີລົດໃຫຍ່ຕຳລົດໃຫຍ່ແລ້ວຫລົບຫນີ ສ່ວນລົດອີກຄັນແມ່ນຕົກລົງຂ້າງທາງ ທີ່ບ້ານ ບໍ່ເຫລັກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ

.

.

ຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບເປັນເພດຍິງ 4 ຄົນ ທັງ 4 ຄົນ ແມ່ນບໍ່ມີບາດແຜ່ ແຕ່ ປວດຕົນໂຕ ສ່ວນລົດຄູກໍລະນີແມ່ນຫລົບຫນີ ມຸ່ງຫນ້າຂຶ້ນນະຄອນຫລວງ

.

ດັ່ງນັ້ນຫນ່ວຍກູ້ໄພອາສາເພື່ອ ປະຊາຊົນ ຈຶ່ງໄດ້ທຳການນຳລົດຂຶ້ນຈາກຄອງນໍ້າ ພ້ອມປະສານເຈົ້າຫນ້າທີ່ກ່ຽວຂອງກວດສອບໃຫ້