ແຈ້ງການ! ລັດຖະບານ ປັບຂຶ້ນລາຄານໍ້າມັນເຊື້ອໄຟ ທົ່ວປະເທດ.
ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການ ສະບັບເລກທີ 1195/ອຄ.ກຄພນ ລົງວັນທີ 24 ທັນວາ 2020 ເຖິງ: ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ: ການແຈ້ງປັບລົງລາຄານໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.
ກະຊວງອຸດສາຫະກຳ ແລະ ການຄ້າ ຂໍແຈ້ງມາຍັງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ໃຫ້ປະຕິບັດລາຄາຂາຍຍ່ອຍໃໝ່ ໃນເຂດເທດສະບານແຂວງ, ນະຄອນຫຼວງ ເຊິ່ງການປັບຂື້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື:
- – ແອັດຊັງພິເສດ ປັບຂື້ນ 280 ກີບ/ລິດ (ຈາກ 8.970 ກີບ ຂື້ນມາເປັນ 9.250 ກີບ/ລິດ);
- – ແອັດຊັງທຳມະດາ ປັບຂື້ນ 160 ກີບ/ລິດ (ຈາກ 8.500 ກີບ/ລິດ ຂື້ນມາເປັນ 8.660 ກີບ/ລິດ);
- – ກາຊວນ ປັບຂື້ນ 150 ກີບ (ຈາກ 7.820 ກີບ/ລິດ ຂື້ນມາເປັນ 7.970 ກີບ/ລິດ);
ລາຄາດັ່ງກ່າວນີ້ ແມ່ນຈະເລີ່ມປະຕິບັດໃນວັນທີ 25 ທັນວາ 2020 ນັບແຕ່ເວລາ 6:00 ໂມງ ເປັນຕົ້ນໄປ.

.
