ຫ້ອງການ ຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ຮ່ວມກັບ ປກສ ກຸ່ມບ້ານທ້ຽວ , ຕຳລວດສັນຕິບານເມືອງ ລົງແນະນຳຜູ້ປະກອບການທຸລະກິດ ປິດບໍລິການຊົ່ວຄາວ ພ້ອມປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ແກ້ໄຂ້ພະຍາດໂຄວິດ 19 , ລະຫວ່າງວາງຕົ້ນເດືອນ ທັນວາ 2020ນີ້, ໂດຍການນໍາພາຂອງທ່ານ ເກດມະນີ ຜາງສຸວັນ ຮອງຫົວໜ້າ ຫ້ອງການຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວເມືອງ, ມີຫນ່ວຍງານທ່ອງທ່ຽວ, ປກສ ກຸ່ມ, ຕຳຫຼວດສັນຕິບານເມືອງເຂົ້າຮ່ວມ.

ການລົງແນະນຳຜູ້ປະກອບການທຸລະກິດຄັ້ງນີ້ ກໍ່ເພື່ອປະຕິບັດຕາມແຈ້ງການຂອງ ພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ວຽວແຂວງ ສະບັບ ເລກທີ 2024/ຖວທ ແຂວງຫລວງນ້ຳທາ, ລົງວັນທີ 2 ທັນວາ 2020 ວ່າດ້ວຍການປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ແກ້ໄຂ້ພະຍາດ ໂຄວິດ -19 , ແຈ້ງການຂອງທ່ານ ເຈົ້າເມືອງ ເລກທີ 36/ຈມ ລົງວັນທີ 11 ທັນວາ 2020 ວ່າດ້ວຍການສືບຕໍ່ປະຕິບັດມາດຕະການ ປ້ອງກັນຄວບຄຸມ ແລະ ແກ້ໄຂ້ການລະບາດຂອງພະຍາດ ໂຄວິດ 19 ແຕ່ວັນທີ 14-31 ທັນວາ 2020

.

ພ້ອມທັງແນະນຳ ແລະ ສ້າງບົດບັນທຶກກັບຜູ້ປະກອບການທຸລະກິດ ຢູ່ພາຍໃນເມືອງວຽງພູຄາ ເປັນຕົ້ນຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອາຫານບໍລິການທີມີທາດເຫຼົ້າໃຫ້ປິດບໍລິການຊົ່ວຄາວ ແຕ່ວັນທີ 14-31 ທັນວາ 2020 ຫຼື ຈົນກວ່າສະພາບການລະບາດຂອງພະຍາດໂຄວິດ 19 ຈະມີການຜອນພັນລົງ ແລະ ຈົນກວ່າຈະມີແຈ້ງການໃຫ່ມໃຫ້ເປີດ ຈື່ງເປີດປົກກະຕິ. ປັດຈຸບັນສະພາບການລະບັດຂອງພະຍາດໂຄວິດ 19 ຍັງສືບຕໍ່ການແຜ່ລະບາດຢູ່ໃນໂລກ ແລະ ປະເທດລາວ ສະນັ້ນບັນດາເຈົ້າຂອງ ຜູ້ປະກອບການທຸລະກິດ ບັນດາ ຮ້ານອາຫານ, ຮ້ານກີນດືມ, ຮ້ານບັນເທີງ, ຮ້ານຄາຣາໂອເກະ ຢູ່ພາຍໃນເມືອງວຽງພູຄາ ຈົ່ງໃຫ້ຄວາມຮ່ວມມື ພ້ອມກັນປະຕິບັດຕາມແຈ້ງການທີຂັນເທີງວ່າງອອກຢ່າງເຂັ້ມງວດ ເພີມທະວີການປ້ອງກັນພະຍາດ ໂຄວິດ 19 , ມີສະຕິຕໍການປ້ອງກັນ ແລະ ບໍ່ໃຫ້ແຕກຕື້ນ ພ້ອມທັງປະຕິບັດ ຮັກສາໄລຍະຫ່າງ 1 ແມັດຂື້້ນໄປ, ໃສ່ຜ້າອັດປາກ – ດັງ ລ້າງມືດ້ວຍນໍ້ສະອາດໃສ່ສະບູຫລືເຈວລ້າງມືເປັນປະຈຳ

.

ພ້ອມນັ້ນກໍ່ໄດ້ສ້າງບົດບັນທຶກ ຮ່ວມກັບເຈົ້າຂອງຜູ້ປະກອບການທຸລະກິດ ຮ້ານກິນດື້ມ, ຮ້ານບັນເທີ່ງ, ຮ້ານຄາຣາໂອເກະ ແລະ ຮ້ານອາຫານທີບໍລິການເຄື່ອງດື່ມທີມີທາດເຫຼົ້າ, ຖ້າຫາກກໍລະນີບໍ່ປະຕິບັດຕາມ ແມ່ນຈະປະຕິບັດຕາມເນື້ອໃນບົດບັນທຶກດັ່ງນີ້ ລະເມີດຄັ້ງທີ່ 1 ແມ່ນຈະ ຕັກເຕືອນ ແລະ ປັບໃຫ່ມເປັນເງີນ 500.000ກີບ, ລະເມີດຄັ້ງທີ່ 2 ໂຈະການດໍາເນີນທຸລະກິດຊົ່ວຄາວ ແລະ ປັບໃຫມ່ເປັນເງີນ 3.000.000 ກີບ ລະເມີດຄັ້ງທີ 3 ຈະຖືກໂຈະການດໍາເນີນທຸລະກິດຖາວອນ ພ້ອມທັງ ປັບໃຫມ່ 5.000.000ກິບ.ສະນັ້ນຈຶ່ງຮຽກຮ້ອງມາຍັງ ຮ້ານບັນເທີ່ງ, ຮ້ານຄາຣາໂອເກະ, ຮ້ານກິນດື້ມ, ຮ້ານອາຫານບໍລິການທີມີທາດເຫຼົ້າ ແລະ ທຸກຄົນຢູ່ພາຍໃນເມືອງວຽງພູຄາ ຈົງໃຫ້ການຮ່ວມມື, ພ້ອມປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ແກ້ໄຂ້ພະຍາດໂຄວິດ 19 ຢ່າງເຂັ້ມງວດ.

.

ຂ່າວ ເມືອງວຽງພູຄາ