ທ່ານ ຫວາງ ຈື້ ກາງ (Wang Zhi Gang) ຫົວໜ້າຝ່າຍເຕັກນິກ ໂຄງການກໍ່ສ້າງໂຮງໝໍມະໂຫສົດ ໄດ້ລາຍງານຕໍ່ຄະນະສື່ມວນຊົນລາວ-ຈີນ ຮ່ວມສຳພາດໂຄງການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ໄດ້ລົງໄປຢ້ຽມຢາມ ຕິດຕາມ ແລະ ສໍາພາດໂຄງການ ກໍ່ສ້າງໂຮງໝໍມະໂຫສົດ ໃນວັນທີ 23 ທັນວາ 2020 ຜ່ານມານີ້ວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດ ເປັນໂຄງການຊ່ວຍເຫລືອລ້າຈາກລັດ ຖະບານ ສປ ຈີນ ໂດຍມີມູນຄ່າການກໍ່ສ້າງ ທັງໝົດ 592 ກວ່າລ້ານຢວນ, ມີເນື້ອທີ່ປຸກສ້າງ 54.792.64 ຕາແມັດ ໂດຍແມ່ນ ບໍລິສັດ ຈູ້ຈົົງປັກກິ່ງ ຈໍາກັດ ເປັນຜູ້ເໝົາກໍ່ສ້າງ ແລະ ໃຊ້ກໍາມະກອນ ຢູ່ໃນພາກສະໜາມປະມານ 420 ຄົນ, ໃນນັ້ນຄົນລາວ 240 ຄົນ ແລະ ຄົນຈີນ 170 ຄົນ, ເຊິ່ງການກໍ່ສ້າງຈະແບ່ງເປັນສອງໄລຍະ ແລະ ຄາດວ່າຈະໃຫ້ສຳເລັດໃນເດືອນກຸມພາ ປີ 2022.

ທ່ານ Wang Zhi Gang ຍັງໃຫ້ຮູ້ອີກວ່າ: ເລີ່ມແຕ່ພະຈິກ 2018 ມາຮອດປັດຈຸບັນ ໂຄງການໄລຍະທີ I ລວມມີ ການກໍ່ສ້າງພາກສ່ວນໃຕ້ດິນ, ອາຄານນອນຄົນເຈັບ 8 ຊັ້ນ ແລະ ອາຄານຊຶມເຊື້ອ 4 ຊັ້ນ ແມ່ນໄດ້ສຳເລັດແລ້ວ 80% ແລະ 20% ຢູ່ໃນໄລຍະການຕົບແຕ່ງພາຍໃນ ເປັນຕົ້ນ ແລ່ນລະບົບໄຟຟ້າ, ແອ, ລະບົບລະບາຍອາກາດ, ລະບົບແຈ້ງເຕືອນ ແລະ ດັບເພີງສຸກເສີນ, ແລະ ລະບົບນ້ຳ. ຄາດວ່າຈະໃຫ້ສໍາເລັດພາຍໃນເດືອນກຸມພາ 2021 ທີ່ຈະມາເຖິງນີ້. ສ່ວນໄລຍະທີ 2 ແມ່ນຈະເລີ່ມກໍ່ສ້າງໃນເດືອນ ເມສາ 2021 ຫລັງຈາກທີ່ສໍາເລັດການກໍ່ສ້າງໄລຍະທີ I ເຊິ່ງລວມມີພາກສ່ວນໃຕ້ດິນທີ່ຍັງເຫລືອ, ອາຄານບໍລິຫານ ແລະ ວິຊາການ, ອາຄານເຕັກນິກການແພດ ແລະ ຄາດວ່າຈະ ໃຫ້ສຳເລັດໃນເດືອນ ກຸມພາ 2022.

ໄລຍະມີການລະບາດຂອງພະຍາດ ໂຄວິດ-19 ໂຄງການຂອງພວກເຮົາກໍໄດ້ຮັບຜົນກະທົບຫລາຍ ໂດຍສະເພາະການນຳເຂົ້າວັດຖຸອຸປະກອນ ແລະ ເຄື່ອງມືຕ່າງໆໃນການກໍ່ສ້າງ ພ້ອມດ້ວຍ ກຳມະກອນ ແລະ ວິຊາການທີ່ມາຈາກ ສປ ຈີນ ຈຳນວນໜຶ່ງເຂົ້າມາລາວບໍ່ໄດ້, ເຮັດໃຫ້ວຽກໃນການກໍ່ສ້າງຂອງໄລຍະທີ 1 ໄດ້ເລື່ອນເວລາເປັນຫລາຍມື້, ແຕ່ເຖິງຢ່າງໃດກໍຕາມ ກຸ່ມເຕັກນິກການກໍ່ສ້າງ ຂອງພວກເຮົາ ກໍາລັງຈັດວິຊາການ ແລະ ວັດຖຸດິບເຂົ້າພາກສະໜາມ ເພື່ອຍາດເວລາເຮັດໃຫ້ໂຄງການສໍາເລັດ ແລະ ມອບໃຫ້ໂຮງໝໍນໍາໃຊ້ທັນຕາມກຳນົດ. ພ້ອມກັນນີ້, ກໍຍັງໄດ້ຮັບການສະໜັບສະໜູນ ຈາກລັດຖະບານລາວ ຫລາຍຢ່າງ ໂດຍສະເພາະແມ່ນ ການອອກວີຊາໃຫ້ກຳມະກອນຈີນ ແລະ ຊ່ວຍເຫລືອເຂດກັກໂຕ, ສົ່ງແພດໝໍມາປະຈຳຢູ່ພາກສະໜາມ ເພື່ອແທກອຸນຫະພູມ ແລະ ຕິດຕາມກວດກາ ສະພາບຕົວຈິງ ພ້ອມກັນນີ້ຍັງອຳນວຍຄວາມສະດວກ ໃນການນຳເຂົ້າວັດສະດຸກໍ່ສ້າງ ຂອງໂຄງການນຳອີກ.

ທ່ານ Wang Zhi Gang ໄດ້ກ່າວອີກວ່າ: ໂຄງການນີ້ເປັນໂຄງການທີ່ມີຄວາມໝາຍສໍາຄັນ ໃນການພົວພັນຮ່ວມມື ມິດຕະພາບ ລະຫວ່າງປະຊາຊົນຈີນ ແລະ ປະຊາຊົນລາວ, ເຊິ່ງເປັນໂຄງການທີ່ປະທານປະເທດ ທັງສອງປະເທດຮ່ວມວາງສີລາລຶກນຳກັນ ແລະ ເປັນໂຮງໝໍທີ່ມີຂະໜາດໃຫຍ່ທີ່ສຸດ, ມີຕຽງນອນຫລາຍທີ່ສຸດ ແລະ ລົງທຶນຫລາຍກວ່າໝູ່ໃນປະຫວັດການຊ່ວຍເຫລືອລ້າຈາກລັດຖະບານຈີນ. ຖ້າກໍ່ສ້າງສຳເລັດຈະກາຍເປັນໂຮງໝໍໃຫຍ່ ມີມາດຕະຖານສູງ ແລະ ທັນສະໄໝທີ່ສຸດໃນປະເທດລາວ. ພ້ອມທັງຈະເປັນສູນການຝຶກອົບຮົມ ແລະ ຄົ້ນຄວ້າວິທະຍາການແພດທີ່ສໍາຄັນທີ່ສຸດລາວນຳອີກ.
ຂ່າວ-ພາບ: ມະນີທອນ