ໃນໂອກາດສະເຫຼີມສະຫຼອງວັນສາກົນຕ້ານ ເອດ HIV ວັນທີ 1 ທັນວາ ໃນວັນທີ 22 ທັນວາ 2020 ຢູ່ນະຄອນຫຼວງວຽງຈັນ, ທ່ານ ພູທອນ ສູນທະລັກ ຫົວໜ້າສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ໃຫ້ຮູ້ວ່າ

ໃນຜ່ານມາ ປະເທດເຮົາກໍໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານ ເຊື້ອ ເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສຳພັນຄື: ແຕ່ປີ 1990-2020 ທົ່ງປະເທດມີຜູ້ຕິດເຊື້ອ HIV  14,915 ຄົນ,  ເປັນພະຍາດເອດ 6,014 ຄົນ ແລະ ເສຍຊີວິດ 4,801 ຄົນ,

ມາຮອດປັດຈຸບັນມີຜູ້ມາລົງທະບຽນກິນຢາ 12,860 ຄົນ, ແລະ ມີໜ້າກິນຢາ 7,920 ຄົນ ເຊິ່ງການຕິດເຊື້ອສ່ວນຫຼາຍແມ່ນທາງເພດສຳພັນ ໂດຍກຸ່ມທີ່ມີຄວາມສ່ຽງສູງຄື: ກຸ່ມສາວບໍລິການ, ກຸ່ມຊາຍມີເພດສຳພັນກັບຊາຍ, ກຸ່ມສັກຢາເສບຕິດເຂົ້າທາງເສັ້ນເລືອດ ເຊິ່ງໄລ່ມາຮອດປີ 2020ນີ້ ກຸ່ມປະຊາກອນທົ່ວໄປອາຍຸ 15-49ປີ ມີຜູ້ຕິດເຊື້ອເທົ່າກັບ 0,3% , ສາວບໍລິການ 1%, ຊາຍກັບຊາຍ 2,5% ແລະ ກະທີຍ 3,3%

ມາຮອດປີ 2020 ການຈັດຕັ້ງປະຕິບັດວຽກສະກັດກັ້ນ ແລະ ຕ້ານເຊື້ອພະຍາດດັ່ງກ່າວ ມີຄວາມຕືບໜ້າຫຼາຍ ເປັນຕົ້ນດ້ານການປິ່່ນປົວ, ການດູແລ ເບິ່ງແຍງ ແລະ ຊ່ວຍເຫຼືຜູ້ຕິດເຊື້ອ ,ປັດຈຸບັນມີສະຖານທີ່ປິ່່ນປົວດ້ວຍຢາາຕ້ານເຊຊື້ອ ເຮສໄອວີ 11 ແຫ່ງໃນ 8 ແຂວງ ມຈຸດແຈກຢາຍຢາຢູ່ 2ແຂວງ ແລະ ຈະຂະຫຍາຍການປົກປ້ອງໃຫ້ໄດ້ ທົ່ວປະເທດ ໃນປີ 2021

Leave a Reply

Your email address will not be published. Required fields are marked *