ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄຂຂຶ້ນໃນວັນທີ 24 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະ ທານຂອງ ສະຫາຍ ອາລຸນໄຊ ສູນນະລາດ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິ ວັດລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ບັນດາການນໍາພັກ-ລັດ, ຜູ້ແທນສົມບູນ 443 ສະຫາຍ, ຍິງ 89 ສະຫາຍ ທີ່ເປັນຕົວແທນໃຫ້ສະມະຊິກຊາວ ໜຸ່ມທັງໝົດ ຈໍານວນ 702.693 ສະຫາຍ,ຍິງ 303.770 ແລະ ແຂກຮັບເຊີນເຂົ້າ ຮ່ວມ.

ໃນໂອກາດກ່າວເປີດກອງປະຊຸມຢ່າງເປັນທາງການ ສະຫາຍ ອາລຸນໄຊ ສູນນະລາດ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ປຶດສາຫາລື ແລະ ຮັບຮອງຫລາຍເນື້ອໃນທີ່ສໍາຄັນ ເປັນຕົ້ນ: ຈະໄດ້ພ້ອມກັນຕີລາຄາຄືນຢ່າງຮອບດ້ານເລິກເຊິ່ງກ່ຽວກັບຜົນສຳເລັດຂອງການຈັດຕັ້ງປະຕິບັດທິດທາງ, ຄາດໝາຍ ແລະ ການຈັດຕັ້ງປະຕິບັດວຽກງານ ທີ່ໄດ້ວາງອອກໃນ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VII, ພ້ອມກັນນັ້ນ,ຈະໄດ້ພ້ອມ ກັນກຳນົດທິດທາງ, ຄາດໝາຍສູ້ຊົນ, ໜ້າທີ່ວຽກງານ ຕະຫຼອດໄລຍະກອງປະຊຸມໃຫຍ່ ຄັ້ງທີ VIII (2020-2025), ພ້ອມນີ້ ກອງປະຊຸມ ຈະໄດ້ຕີລາຄາຄືນການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມ-ເຍົາວະຊົນຄັ້ງທີ່ I ເຖິງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສາເຫດແລະບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດແຜນດັ່ງກ່າວ ແລະ ຈະໄດ້ພິຈາລະນາຮັບຮອງເອົາແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີຄັ້ງທີ II, ຜ່ານຮ່າງກົດລະບຽບ ວ່າດ້ວຍ ຄະນະຊາວໜຸ່ມ ປະ ຊາຊົນ ປະຕິວັດລາວ ສະໄໝທີ VIII ແລະ ຜ່ານຮ່າງກົດລະບຽບວ່າດ້ວຍເຍົາວະຊົນ-ອະນຸຊົນທັນ ວາ ສະບັບ ປັບປຸງໃໝ່ສະໄໝທີ VIII (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງກັບການປັບປຸງບູລະນະການຈັດຕັ້ງ ແລະ ການເຄື່ອນໄຫວໃນໄລຍະໃໝ່, ຮັບຟັງການນຳສະເໜີບັນດາຊາວ ໜຸ່ມຜູ້ດີເດັ່ນຫ້າວຫັນໃນການເປັນຕົວແບບທີ່ມາຈາກບາງຂົງເຂດ ຂະແໜງການທີ່ພົ້ນເດັ່ນ ເຊັ່ນ: ຈາກຂົງເຂດກຳລັງປກຊ, ຕົວແບບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ຕົວແບບຈາກຈົງເຂດນັກທຸລະກິດໜຸ່ມ ແລະ ຕົວແບບຊາວໜຸ່ມຢູ່ພູດອຍ. ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ດຳເນີນການສຳຫຼວດກວດກາການຊີ້ນຳ-ນຳພາ ຂອງ ຄະນະບໍລິຫານງານ ຊຸດທີ VII ແລະ ຜູ້ແທນກອງປະຊຸມຈະໄດ້ໃຊ້ສິດຂອງຕົນໃນການປ່ອນ ບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງ ຊປປລ ຊຸດທີ VIII ເພື່ອນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ. ນອກຈາກນີ້ ກອງປະຊຸມ ຍັງຈະໄດ້ຮັບຟັງການໂອ້ລົມ ເພື່ອຊີ້ທິດເຍື້ອງໃນໃນການປະຕິບັດວຽກງານຂອງສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ຈາກສະຫາຍ ບຸນຍັງ ວໍລະຈິດ, ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຕື່ມອີກ.

ພາຍຫລັງ ສະຫາຍ ອາລຸນໄຊ ສູນນະລາດ ກ່າວໄຂກອງປະຊຸມສໍາເລັດ ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມ. ສະຫາຍໄດ້ຍົກໃຫ້ເຫັນວ່າ: ພາຍໃຕ້ແນວທາງປ່ຽນແປງໃໝ່ຂອງພັກ, ການນຳພາ ຊີ້ນຳຂອງຄະນະພັກແຕ່ລະຂັ້ນ. ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນໄດ້ນຳພາ ຊີ້ນຳການຈັດຕັ້ງຊາວໜຸ່ມ, ສະມາຊິກຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ປະຕິບັດໜ້າທີ່ພາລະບົດບາດຂອງຕົນດ້ວຍຄວາມຟົດຟື້ນຫ້າວຫັນ, ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VII ຕະຫລອດໄລຍະ 5 ປີ ຜ່ານມາ ມີຜົນ ສຳເລັດໃນ 9 ຄາດໝາຍທີ່ໄດ້ກຳນົດໄວ້ ເຮັດໃຫ້ຊາວໜຸ່ມລາວບັນດາເຜົ່າຍັງມີນ້ຳໃຈຮັກຊາດອັນດູດດື່ມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ມີຄວາມກະຕັນຍູກະຕະເວທີຕໍ່ຜູ້ມີຜົນງານຄວາມດີ, ມີຄວາມກະຕືລືລົ້ນໃນການສະແຫວງຫາຄວາມກ້າວໜ້າ ແລະ ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະ ເທດຊາດ, ການປັບປຸງການຈັດຕັ້ງກົງຈັກເສນາທິການຂອງຄະນະບໍລິຫານງານສູນ ກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນໄປຕາມທິດກະທັດລັດ ແລະ ມີປະສິດ ທິພາບ, ການສ້າງສະ ມາຊິກຊາວໜຸ່ມໃຫ້ກາຍເປັນສະມາຊິກພັກ ລື່ນຄາດໝາຍ 2 ເທົ່າຕົວ, ເຊີ່ງກາຍເປັນກຳລັງແຮງ ແລະ ເປັນພະນັກງານສືບທອດຂັ້ນການນຳຂອງສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ແຂວງ, ນະຄອນຫຼວງວຽງຈັນ, ກະຊວງ ແລະ ອົງການຢ່າງຫຼວງຫຼາຍ, ທັງຖືກຕາມທິດຊີ້ນຳຂອງຂັ້ນເທິງໃນການຫັນເປັນໜຸ່ມ. ສະແດງອອກ: ເລຂາຊາວໜຸ່ມໃນ 148 ເມືອງໄດ້ເປັນກຳມະການພັກເມືອງ 129 ເມືອງ, ເລຂາຊາວໜຸ່ມໃນ 18 ແຂວງ ເປັນກຳມະການພັກແຂວງ 15 ແຂວງ, ຂະນະທີ່ສະຫະ ພັນຊາວໜຸ່ມລາວໄດ້ຮັບການປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 25 ສິງຫາ 2020 ເພື່ອແນ່ໃສ່ການຄຸ້ມຄອງ ແລະ ສຶກສາອົບຮົມ, ເຕົ້າໂຮມເອົາຊາວໜຸ່ມ-ໄວໜຸ່ມທີ່ຢູ່ທຸກຂົງເຂດວຽກງານຂອງສັງຄົມລາວ ລວມທັງຊາວໜຸ່ມ-ໄວໜຸ່ມທີ່ແມ່ນສັນຊາດລາວທີ່ຢູ່ຕ່າງປະເທດ ໃຫ້ມີຄວາມສາມັກຄີ, ຮັກເຊື້ອແພງຊາດ, ສົ່ງເສີມຫົວຄິດປະດິດສ້າງ ແລະ ດຶງດູດເອົາສະມາຄົມຕ່າງໆເຂົ້າມາເປັນຄູ່ຮ່ວມງານໃຫ້ມີຄວາມກົມກຽວກັນ ຕາມທິດທາງຕົ້ນຕໍຂອງວຽກງານແນວໂຮມ.

ສ່ວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໄດ້ກາຍເປັນຂະບວນ ການກວ້າງຂວາງໃນທົ່ວປະເທດ ເຮັດໃຫ້ຄະນະຊາວໜຸ່ມຂັ້ນແຂວງໄດ້ຮັບນາມມະຍົດ 4 ບຸກ 12 ແຂວງຄະນະຊາວໜຸ່ມກະຊວງ ໄດ້ຮັບນາມມະຍົດ 4 ບຸກ 16 ກະຊວງ, ຄະນະຊາວໜຸ່ມຂັ້ນອົງການ ໄດ້ຮັບນາມມະຍົດ 4 ບຸກ 15 ອົງການ, ແລະ ຄະນະຊາວ ໜຸ່ມຂັ້ນເມືອງໃນ 148 ເມືອງໄດ້ຮັບນາມ ມະຍົດ 4 ບຸກ 141 ເມືອງ, ແລະ ໄດ້ຮັບທຸງໄຊນໍາໜ້າມີ 60 ເມືອງ, ສໍາລັບຄະນະຊາວໜຸ່ມແຂວງໄດ້ຮັບທຸງໄຊນໍາໜ້າມີ 4 ແຂວງ ຄະນະຊາວໜຸ່ມຂັ້ນກະຊວງມີ 8 ກະຊວງ, ອົງການ ມີ 4 ອົງການ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງກອງເຍົາວະຊົນທັນວາໃນທົ່ວປະເທດໄລຍະ 5 ປີ ປະຕິບັດໄດ້ 78%.

ນອກຈາກນີ້ ສະຫາຍ ນາງ ວິລະວອນ ພັນທະວົງ ຍັງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນຫລາຍດ້ານ, ລວມທັງຈຸດອ່ອນ ແລະ ຂໍ້ຄົງຄ້າງ, ສາເຫດຕົ້ນຕໍທີ່ພາໃຫ້ມີຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້, ທິດທາງ ແລະ ວຽກງານຈຸດສຸມຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃນ 5 ປີຕໍ່ໜ້າ ນັບແຕ່ 2021 ຫາ 2025 ຕື່ມອີກ.

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ຈະດໍາເນີນໄປຮອດຕອນເຊົ້າວັນທີ 25 ທັນວາ ຈິ່ງຈະສໍາເລັດ.