ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ສົນທະນາທາງ ໂທລະສັບ ກັບເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ

ຂປລ. ໃນວັນທີ 22 ທັນວາ 2020 ນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບ ກັບ ສະ ຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ.

ໃນໂອກາດດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອ ກາດສົນທະນາທາງໂທລະສັບໃນຄັ້ງນີ້, ເຊິ່ງດຳເນີນໄປໃນທ່າມກາງທີ່ສອງພັກ, ສອງປະເທດ ລາວ-ຈີນ ພວມຢູ່ໄລຍະບາດລ້ຽວສຳຄັນ ໃນການພັດທະນາປະເທດຕົນ; ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການທີ່ພົ້ນເດັ່ນພາຍໃນພັກ, ພາຍໃນປະເທດຂອງລາວ ແລະ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜົນສຳເລັດອັນໃຫຍ່ຫລວງ ໃນການນໍາພາຢ່າງຮອບດ້ານຂອງພັກກອມມູນິດຈີນ ຕະຫລອດໄລຍະທີ່ຜ່ານມາ, ເຖິງວ່າ ສປ ຈີນ ຈະໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄພທໍາມະຊາດຢ່າງຮ້າຍແຮງ ໃນໄລຍະປີ 2020, ແຕ່ພັກ-ລັດ ແລະ ປະຊາຊົນຈີນ ອ້າຍນ້ອງ ສາມາດຍາດໄດ້ບັນດາຜົນສໍາເລັດຮອບດ້ານ ໃນການພັດທະນາປະເທດຊາດ, ທັງມີຜົນສໍາເລັດຢ່າງໜ້າຊື່ນຊົມໃນການຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ພວມເປັນມະຫັນຕະໄພຂອງໂລກ ໂດຍຖືເອົາຊີວິດຂອງປະຊາຊົນເປັນກົກ ໃນການຕ້ານພະຍາດດັ່ງກ່າວ.

ໄປຄຽງຄູ່ກັນນັ້ນ, ສປ ຈີນ ຍັງໄດ້ໃຫ້ການຊ່ວຍເຫລືອຢ່າງຫລວງຫລາຍ, ທັນການແກ່ບັນດາປະເທດຕ່າງໆໃນໂລກ ເຊິ່ງໄດ້ສະແດງເຖິງຄວາມຮັບຜິດຊອບສູງ ແລະ ຄວາມເປັນຫ່ວງເປັນໄຍຂອງລັດຖະບານຈີນ ຕໍ່ມວນມະນຸດ, ສອດຄ່ອງກັບຂໍ້ລິເລີ່ມທີ່ສຳຄັນຂອງ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳຂອງມວນມະນຸດ, ເຊິ່ງໄດ້ຮັບການຕອບຮັບ ແລະ ສະໜັບສະໜູນຢ່າງກວ້າງຂວາງ ຈາກວົງຄະນະຍາດສາກົນ.

ສະຫາຍ ບຸນຍັງ ວໍລະຈິດ ໄດ້ຕີຄາສູງ ຕໍ່ສູນກາງພັກກອມມູນິດຈີນ ທີ່ມີສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ ທີ່ໄດ້ນໍາພາປະຊາຊົນຈີນ ສາມັກຄີເປັນປຶກແຜ່ນໃນການດຳເນີນການແກ້ໄຂຄວາມທຸກຍາກຢ່າງມີຈຸດສຸມ ແລະ ມີເປົ້າໝາຍ ໃນຕະຫລອດໄລຍະ 8 ປີ ທີ່ຜ່ານມາ, ອັນໄດ້ເຮັດໃຫ້ປະຊາຊົນທີ່ທຸກຍາກເກືອບ 100 ລ້ານຄົນ ໃນ 832 ເມືອງໃນທົ່ວປະເທດໃນປີ 2012 ສາມາດຫລຸດພົ້ນອອກຈາກຄວາມທຸກຍາກ ຕາມເປົ້າໝາຍທີ່ວາງໄວ້ໃນປີ 2020, ເຊິ່ງເປັນຜົນສຳເລັດອັນໂດດເດັ່ນ ແລະ ບໍ່ເຄີຍມີມາກ່ອນໃນປະຫວັດສາດໂລກ.

ນອກນັ້ນ, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດ ຂອງການດຳເນີນກອງປະຊຸມຄົບຄະນະຄັ້ງທີ 5 ສະໄຫມທີ XIX ຂອງ ພັກກອມມູນິດຈີນ ທີ່ໄດ້ປືກສາຫາຫລື, ພິຈາລະນາຮັບເອົາຂໍ້ສະເໜີຂອງສູນກາງພັກ ຕໍ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 ແລະ ເປົ້າໝາຍວິໄສທັດຮອດປີ 2035, ເຊິ່ງເປັນເອກະສານທີ່ມີລັກສະນະຍຸດທະສາດ ຮອບ ດ້ານໃຫ້ແກ່ການສືບຕໍ່ສ້າງສັງຄົມນິຍົມຕາມສີສັນພິເສດຂອງ ຈີນ.

ສະຫາຍ ສີ ຈິ້ນຜິງ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນພາຍໃນພັກ, ພາຍໃນປະ ເທດຈີນ ໃຫ້ແກ່ຝ່າຍລາວຮັບຊາບ, ໂດຍສະເພາະ ແມ່ນຜົນສໍາເລັດໃນການດໍາເນີນບັ້ນແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢ່າງມີຈຸດສຸມ ແລະ ເປົ້າໝາຍຂອງພັກ, ລັດ ແລະ ປະຊາຊົນຈີນ; ແຈ້ງກ່ຽວກັບຜົນສໍາເລັດໃນການຮັບມື ກັບການລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດຂອງ ສປ ຈີນ; ໄດ້ແຈ້ງໃຫ້ຊາບ ຜົນສໍາເລັດໃນການດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 5 ສະໄໝທີ XIX ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ໃນເດືອນຕຸລາ 2020 ທີ່ຜ່ານມາ ກໍຄື ເປົ້າໝາຍຈຸດສຸມຂອງພັກ ແລະ ລັດຖະບານຈີນ ໃນການສູ້ຊົນບັນລຸເປົ້າໝາຍ ສ້າງສໍາເລັດສັງຄົມອີ່ມໜໍາສໍາລານຮອບດ້ານໂດຍພື້ນຖານ ໃນປີ 2021.

ໃນການສົນທະນາ, ການນໍາສູງສຸດຂອງ ສອງພັກ, ສອງລັດ ລາວ-ຈີນ ໄດ້ຕີລາຄາສູງຕໍ່ການພົວ ພັນຮ່ວມມືສອງຝ່າຍ ໃນປີ 2020 ກໍຄື ຕະຫລອດໄລຍະທີ່ຜ່ານມາ, ເຊິ່ງໃນໄລຍະໃໝ່ນີ້ ສອງຝ່າຍໄດ້ຖືເອົາການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ໄດ້ຮ່ວມລົງນາມໃນ ເດືອນເມສາ 2019 ທີ່ຜ່ານມາ ເປັນແຜນປະຕິບັດງານຕົວຈິງ ໃນການລົງເລິກການຮ່ວມມືສອງຝ່າຍໃນສະພາບການໃໝ່ ແລະ ເປັນການສ້າງໂອກາດອັນໃໝ່ ໃຫ້ແກ່ການຊຸກຍູ້ຮ່ວມມືດ້ວຍຄຸນນະພາບທີ່ສູງຂຶ້ນກວ່າເກົ່າ. ພ້ອມດຽວກັນນັ້ນ, ການນໍາສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບທິດທາງ ໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ໂດຍສອງຝ່າຍຍິນດີຈະສືບຕໍ່ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະ ກັນທາງດ້ານການເມືອງ, ສືບຕໍ່ແລກປ່ຽນບົດຮຽນໃນການຄຸ້ມຄອງພັກ-ບໍລິຫານປະເທດ ແລະ ການປະຕິບັດແຜນການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ທີ່ໄດ້ຕົກລົງນໍາກັນ; ຮ່ວມກັນກະກຽມຈັດຕັ້ງປີມິດຕະພາບ ລາວ-ຈີນ ໃນປີ 2021 ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60 ປີ;

ສືບຕໍ່ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ແລະ ຕັ້ງໜ້າຈັດຕັ້ງປະ ຕິບັດບັນດາໂຄງການຊ່ວຍເຫລືອຂອງ ສປ ຈີນ ໃນການພັດທະນາພື້ນຖານໂຄງລ່າງ ແລະ ການຫລຸດ ຜ່ອນຄວາມທຸກຍາກຂອງປະຊາຊົນລາວ ໃຫ້ສໍາເລັດຕາມຄາດໝາຍ ແລະ ມີປະສິດທິຜົນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.

Leave a Reply

Your email address will not be published. Required fields are marked *