ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ:

1 ຫ້າມນໍາເຂົ້າຊົ່ວຄາວ ອາຫານທະເລສົດ ແລະ ແຊ່ແຂງທຸກປະເພດ ທີ່ນໍາເຂົ້າມາຈາກລາຊາອານາຈັກໄທ

.

2 ມາດຕະການຫ້າມນໍາເຂົ້ານີ້ເປັນມາດຕະການຊົ່ວຄາວ ແລະ ຈະມີຜົນສັກສິດນໍາໃຊ້ຈົນກວ່າເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງສປປລາວ ແລະ ລາຊະອານະຈັກໄທຈະສາມາດປຶກສາຫາລືມາດຕະການໃນການກວດສອບ, ຄັດກອງແລະ ຢັ້ງຢືນຄວາມປອດໄພຂອງອາຫານທະເລ ທີ່ສົ່ງອອກມາຈາກ ລາຊະອານາຈັກໄທ ວ່າບໍ່ພົບການເຈືອປົນຂອງເຊື້ອໂຄວິດ-19

.

3 ມອບໃຫ້ກົມອາຫານ ແລະ ຢາ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ຂອງ ສປປລາວ ແລະ ລາຊະອານາຈັກໄທ ເພື່ອຮີບຮ້ອນ ຊອກຫາມາດຕະການແກ້ໄຂ ຕາມທີ່ໄດ້ລະບຸໄວ້ໃນຂໍ້ 2 ຂ້າງເທິງ

.

4 ແຈ້ງການສະບັບນີ້ ມີຜົນສັກສິດ ນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີແຈ້ງການສະບັບໃໝ່ປ່ຽນແທນ

.
