ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອວັນທີ 22 ທັນວາ 2020 ທີ່ຜ່ານມາ ວ່າ, ກ່ຽວກັບຢາວັກຊີນຕ້ານພະຍາດໂຄວິດ-19 ທີ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຈະມາຮອດລາວໃນເດືອນເມສາ 2021 ນີ້ ຊຶ່ງຈໍານວນຢາດັ່ງກ່າວແມ່ນຈະໃຊ້ສັກປ້ອງກັນພະຍາດໂຄວິດ-19 ໃຫ້ກັບກຸ່ມສ່ຽງທີ່ເປັນແຖວໜ້າທີ່ມີຄວາມສ່ຽງສູງທີ່ຈະຕິດພະຍາດນີ້ໂດຍກົງເຊັ່ນ: ແພດໝໍ, ເຈົ້າໜ້າທີ່ຢູ່ປະຈໍາຕ່າງໆ, ຄະນະສະເພາະກິດທີ່ເຮັດວຽກກ່ຽວກັບພະຍາດນີ້ ຊຶ່ງໂດຍລວມແລ້ວຢາວັກຊີນທີ່ລາວຈະໄດ້ຮັບໃນເດືອນເມສານີ້ ຈະສາມາດໃຊ້ສັກຕ້ານພະຍາດນີ້ກວມປະມານ 20 % ຂອງປະຊາກອນລາວທັງໝົດ.

Image may contain: 1 person, sitting

ທ່ານ ດຣ. ພູທອນ ໄດ້ກ່າວຕື່ມວ່າ: ໃນໄລຍະທີ່ຜ່ານມາ ລາວເຮົາກໍ່ໄດ້ຮັບຢາວັກຊີນຕ້ານພະຍາດດັ່ງກ່າວແດ່ແລ້ວຈໍານວນໜຶ່ງ ແຕ່ມີຈໍານວນຈໍາກັດ ໂດຍໄດ້ສັກຢາດັ່ງກ່າວໃຫ້ບັນດາຜູ້ນໍາກ່ອນ.

Image may contain: one or more people

ສະພາບການແຜ່ລະບາດຂອງປະເທດອ້ອມຂ້າງໄດ້ສ້າງຄວາມກັງວົນໃຫ້ລັດຖະບານລາວ ຊຶ່ງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກຖະແຫຼງການດ່ວນໃນວັນທີ 22 ທັນວາ 2020 ທີ່ຜ່ານມາ ເຖິງປະຊາຊົນລາວໃນຂອບເຂດທົ່ວປະເທດໃຫ້ເພີ່ມທະວີໃນການປ້ອງກັນພະຍາດນີ້, ນອກນັ້ນທ່ານຍັງໄດ້ສັ່ງໃຫ້ຄະນະສະເພາະກິດກຽມສະຖານທີ່ກັກກັນທີ່ມີຄຸນນະພາບ ພ້ອມດວ້ຍອຸປະກອນການແພດ, ຢາ ແລະ ອື່ນໆເພື່ອຮອງຮັບສະຖານະການທີ່ອາດຈະເກີດຂຶ້ນໃນຕໍ່ໜ້າກ່ຽວກັບພະຍາດນີ້.

ຂ່າວ: ວຽງຈັນທາຍ

Leave a Reply

Your email address will not be published. Required fields are marked *