ໃນວັນທີ 22/12/2020 ເວລາ 21:30 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸປະຕິເຫດ ລົດໃຫຍ່ຕຳກັບລົດໃຫຍ່ ຢູ່ບ້ານ ຈອມມະນີ ເມືອງ ໄຊເສດຖາ ແຂວງ ນະຄອນຫຼວງວຽງຈັນ

.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນ ເພດຊາຍ. ອາການເບື້ອງຕົ້ນແມ່ນ: ແໜ້ນໜ້າເອີກ.

.

ດັ່ງນັ້ນ, ພວກເຮົາຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ ມິດຕະພາບ 150 ຕຽງ ເພື່ອໄປປີ່ນປົວໃຫ້ຊ່ວງເຊົ່າ.

.
