ວັນທີ22/12/2020 ເວລາ 06:54 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກລົ້ມເອງ.

ຈຸດເກີດເຫດແມ່ນບ້ານດອນຕິ້ວ ຮ່ອມ8. ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 1 ຄົນ:

ເພດຊາຍ ອາຍຸ 23 ປີ ອາຊີບຄ້າຂາຍ ບ້ານລາດຄວາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ອາການເບື້ອງຕົ້ນແມ່ນມີບາດເປີດໃຫຍ່ຢູ່ຫົວເບື້ອງຊ້າຍ,ກະໂຫລກຫົວແຕກ(ເສຍຊີວິດຄາທີ່)

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ນຳສົ່ງສົບຜູ້ເສຍຊີວິດໃຫ້ແກ່ຍາດພີ່ນ້ອງເພື່ອເຮັດພິທີທາງສາສະຫນາ.

ຂໍສະແດງຄວາມເສຍໃຈກັບຄອບຄົວແລະຍາດພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ.