ວັນນີ້ 22 ທັນວາ 2020 “ທ່ານນາຍົກລັດຖະມົນຕີແຫ່ງ ໄດ້ຖະແຫຼງຂ່າວກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດ COVID-19 .”
ເນື້ອໃນຂອງຖະແຫລງຂ່າວມີດັ່ງນີ້: ໂດຍຢືນຢູ່ຕໍ່ໜ້າຄວາມທ້າທາຍຈາກພະຍາດ ໂຄວິດ-19 ໃນທົ່ວໂລກກໍຄືປະເທດພວກເຮົາ, ຂ້າພະເຈົ້າ ມີຄວາມຈໍາເປັນທີ່ຕ້ອງໄດ້ອອກມາພົບປະກັບພີ່ນ້ອງຊາວລາວເຮົາອີກຄັ້ງໜຶ່ງ ດ້ວຍການຖະ ແຫຼງຜ່ານສື່ມວນຊົນ ເພື່ອສື່ສານເຖິງພີ່ນ້ອງຊາວລາວໃນທົ່ວປະເທດຊາບຢ່າງທົ່ວເຖິງກັນ. ໃນສິ່ງທີ່ມີຄວາມສໍາຄັນຍິ່ງເພື່ອຂໍໃຫ້ ທຸກໆຄົນໃຫ້ມີສະຕິລະວັງຕົວ ແລະ ໃຫ້ການຮ່ວມມືກັບລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກ່ຽວກັບບັນຫາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ທີ່ອາດຈະເກີດຂຶ້ນ ຮອບໃໝ່ໃນປະເທດຂອງພວກ ເຮົາ.
ຂ້າພະເຈົ້າໄດ້ຮຽກປະຊຸມຄະນະສະເພາະກິດກ່ຽວກັບການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄ ວິດ-19 ໃນປະເທດເຮົາ, ເຊິ່ງພວກເຮົາໄດ້ໃຊ້ເວລາຫຼາຍຊົ່ວໂມງເພື່ອຄົ້ນຄວ້າ, ວິໄຈ ແລະ ປະເມີນສະຖານະການການແຜ່ ລະບາດຂອງພະຍາດ ໂຄວິດ-19 ໃນທົ່ວໂລກ, ໃນອາຊຽນ ແລະ ໃນປະເທດໃກ້ຄຽງທີ່ມີຊາຍແດນຕິດກັບປະເທດເຮົາຢ່າງເລິກເຊິ່ງ. ພ້ອມດຽວກັນນັ້ນກໍໄດ້ຕີລາຄາ, ປະເມີນສະຖານະການການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນປະເທດເຮົາຢ່າງລະອຽດຖີ່ຖ້ວນ.
ກອງປະຊຸມໄດ້ຕີລາຄາຢ່າງຊັດເຈນວ່າໃນໄລຍະທີ່ຜ່ານມາຢູ່ປະເທດພວກເຮົາ ສາມາດຄວບຄຸມ, ປ້ອງກັນ ແລະ ແກ້ໄຂບັນຫານີ້ໄດ້ດີ. ມີຜູ້ຕິດເຊື້ອສະສົມບໍ່ຫຼາຍ ແລະ ບໍ່ທັນມີຜູ້ເສຍຊີວິດ, ການປິ່ນປົວຜູ້ຕິດເຊື້ອ ກໍມີຜົນສໍາເລັດເປັນຢ່າງດີ. ປັດຈຸບັນຍັງມີຜູ້ຕິດເຊື້ອຢູ່ໂຮງໝໍພຽງ 04 ຄົນທີ່ກໍາລັງສືບຕໍ່ປິ່ນປົວໝາຍຄວາມວ່າຈໍານວນຜູ້ຕິດເຊື້ອສະສົມ 41 ຄົນ, ສາມາດປິ່ນປົວຫາຍດີແລ້ວ 37 ຄົນນັ້ນເປັນຜົນ ສໍາເລັດອັນໃຫຍ່ຫຼວງທີ່ໄດ້ມາຈາກການຮ່ວມແຮງຮ່ວມໃຈ ຂອງປວງຊົນລາວໃນທົ່ວປະເທດທີ່ເປັນກໍາລັງໃຈໃຫ້ແກ່ລັດຖະບານ, ຄະນະສະເພາະກິດ ລວມທັງພະນັກງານ, ທະຫານ, ຕຳຫຼວດທຸກລະດັບໂດຍສະເພາະ ພະນັກງານແພດໝໍຂອງພວກເຮົາທີ່ໄດ້ພ້ອມພາກັນເຮັດວຽກ ຢ່າງທຸ້ມເທ ແລະ ເສຍສະຫຼະ.
ສິ່ງສໍາຄັນອີກອັນໜຶ່ງການສະໜັບສະໜູນຊ່ວຍເຫຼືອຈາກປະເທດເພື່ອນມິດ ແລະ ອົງການຈັດ ຕັ້ງສາກົນກໍເປັນກໍາລັງແຮງອັນໃຫຍ່ຫຼວງໃຫ້ແກ່ຜົນສໍາເລັດດັ່ງທີ່ໄດ້ກ່າວມານັ້ນ. ຂ້າພະເຈົ້າຖື ວ່າພວກເຮົາມີຜົນສໍາເລັດ ແລະ ໄຊຊະນະຮ່ວມກັນໃນບັ້ນຮົບທີ່ດຸເດືອດ, ຂ້ຽວຂາດຕ້ານກັບສັດ ຕູໂຕຮ້າຍກາດຄື ໂຄວິດ-19 ໃນ ທີ່ຜ່ານມາ.
ແຕ່ເຖິງຢ່າງໃດກໍຕາມ ໃນນາມລັດຖະບານແຫ່ງ ສປປລາວ, ຂ້າພະເຈົ້າຂໍແຈ້ງໃຫ້ພໍ່ແມ່ ພີ່ນ້ອງຮ່ວມຊາດຊາບວ່າ: ຖ້າພວກເຮົາເບິ່ງອອກສູ່ໂລກຍັງ ເຫັນໄດ້ຢ່າງຈະແຈ້ງວ່າ “ໂຄວິດ-19 ກໍາລັງເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົານັບມື້ນັບເພີ່ມຂຶ້ນ, ເຊິ່ງຍັງບໍ່ທັນມີກໍາລັງແຮງໃດໆມາສະກັດກັ້ນໄດ້ເທື່ອຄາດຄະເນວ່າອີກສອງສາມວັນຂ້າງ ໜ້າຈະມີຜູ້ຕິດເຊື້ອສະສົມເຖິງ 80 ລ້ານຄົນ, ຜູ້ເສຍຊີວິດກໍອາດຈະ ເພີ່ມຂຶ້ນເຖິງ 02 ລ້ານຄົນໃນທົ່ວໂລກ.”
ສິ່ງທີ່ເປັນອັນຕະລາຍຍິ່ງໄປກວ່ານັ້ນໄດ້ຮັບຂໍ້ມູນຈາກນັກວິທະຍາສາດການແພດໃນໂລກໃຫ້ຮູ້ວ່າ: “ໂຄວິດ-19 ໄດ້ມີການກາຍພັນເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອຈະມີຄວາມໄວຂຶ້ນ ແລະ ສະລັບສັບຊ້ອນກວ່າສາຍພັນເດີມການກວດເຫັນຜູ້ຕິດເຊື້ອປັດຈຸບັນນີ້ສ່ວນຫຼາຍບໍ່ມີອາການ ເຊິ່ງເຮັດໃຫ້ການປ້ອງກັນ, ຄວບຄຸມຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນຂຶ້ນຕື່ມ.”
ສິ່ງທີ່ເວົ້າມາຂ້າງເທິງນັ້ນ, ໄດ້ເກີດຂຶ້ນຢູ່ບາງປະເທດເພື່ອນບ້ານທີ່ມີຊາຍແດນຕິດກັບປະເທດເຮົາແລ້ວດັ່ງທີ່ເປັນຂ່າວໄປນັ້ນ. ດັ່ງນັ້ນ, ມັນຮຽກຮ້ອງໃຫ້ ພວກເຮົາຕ້ອງເພີ່ມສະຕິລະວັງຕົວໃຫ້ສູງກວ່າເກົ່າ ແລະ ສູງກວ່າທີ່ເປັນຢູ່ໃນປັດຈຸບັນ ເພື່ອ ພວກເຮົາຈະໄດ້ສ້າງກໍາລັງແຮງທຸກດ້ານໃນການຮັບມືກັບໄພອັນຕະລາຍນີ້ຢ່າງຈິງຈັງ. ບໍ່ດັ່ງນັ້ນ, ໂຄວິດ-19 ຈະສາມາດກັບມາປະເທດເຮົາຮອບໃໝ່ ເຊິ່ງຈະຮ້າຍແຮງກວ່າເກົ່າ ແລະ ເຮັດໃຫ້ການຄວບຄຸມຈະພົບກັບ ຄວາມສ່ຽງໃຫຍ່ສໍາລັບປະເທດ ແລະ ປະຊາຊົນເຮົາ.
ຂ້າພະເຈົ້າ ມີຄໍາແນະນໍາພາກສ່ວນກ່ຽວ ຂ້ອງ ແລະ ຂໍຮຽກຮ້ອງມາຍັງພໍ່ ແມ່ພີ່ນ້ອງຊາວລາວທຸກໆຄົນ ດັ່ງຕໍ່ໄປນີ້:
1. ໃຫ້ຄະນະສະເພາະກິດທົບ ທວນຄືນຄໍາສັ່ງສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ2020 ແລະ ທົບທວນຄືນເບິ່ງວ່າບັນດາມາດຕະການຜ່ອນຜັນຈາກຄໍາສັ່ງ ເລກທີ 06/ນຍ ນັ້ນ,ຈະກັບມາ ໃຊ້ອັນໃດ ແລະ ຈະມີມາດຕະການເພີ່ມເຕີມອັນໃດແດ່ເພື່ອຮັບມື ກັບສະພາບການໃໝ່. ຖ້າມີມາດຕະການໃໝ່ອອກມາຂ້າພະເຈົ້າຂໍໃຫ້ມີການສະໜັບສະໜູນຮ່ວມມື ໃນການປະຕິບັດຂອງທຸກໆຄົນ,
2. ສິ່ງທີ່ຈະຕ້ອງປະຕິບັດນັບ ແຕ່ນີ້ເປັນຕົ້ນໄປແມ່ນ:
- ໜື່ງ. ໂຈະການອະນຸຍາດໃຫ້ພົນລະເມືອງຢູ່ບັນດາປະເທດທີ່ມີການລະບາດໃນຊຸມຊົນຂອງ ໂຄ ວິດ-19 ເຂົ້າປະເທດເຮົາ,ສອງ. ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ,
- ສາມ. ສືບຕໍ່ຢຸດຕິການເປີດໃຫ້ມີຖ້ຽວບິນເໝົາລໍາໄປມາຈາກຕ່າງປະເທດໃນໄລຍະນີ້, ນອກຈາກກໍລະນີຈຳເປັນແທ້ໆ, ແຕ່ຕ້ອງໄດ້ຂໍອະນຸຍາດທຸກໆຄັ້ງ,
- ສີ່. ໃຫ້ສືບຕໍ່ກະກຽມສະຖານທີ່ກັກກັນຊົ່ວຄາວໃຫ້ມີມາດຕະຖານທີ່ດີກວ່າເກົ່າ ແລະ ຫຼາຍກວ່າເກົ່າ,
- ຫ້າ. ກຽມເພີ່ມສະຖານທີ່, ຢາ, ອຸປະກອນຕ່າງໆເພື່ອຮັບໃຊ້ການປິ່ນປົວຜູ້ຕິດເຊື້ອ ໂຄວິດ-19 ແລະ ໃຫ້ຄາດຄະເນລ່ວງໜ້າໃຫ້ເໝາະສົມເພື່ອຮັບມືເມື່ອມີເຫດສຸກເສີນ ແລະ ກໍລະນີມີຜູ້ຕິດເຊື້ອຂະຫຍາຍ ກວ້າງ,
- ຫົກ. ກະກຽມກ່ຽວກັບການຮັບເອົາການຊ່ວຍເຫຼືອຢາວັກຊີນຈາກປະເທດເພື່ອນມິດ ແລະ ອົງການຈັດ ຕັ້ງສາກົນທີ່ໄດ້ເຊັນຮ່ວມກັນມາ ແລ້ວເພື່ອນໍາວັກຊີນມາສັກໃຫ້ປະຊາຊົນ, ກ່ອນອື່ນແມ່ນບັນດາກຸ່ມເປົ້າໝາຍສ່ຽງໃຫ້ໄດ້ໄວເທົ່າທີ່ຈະໄວໄດ້,
- ເຈັດ. ໃຫ້ກຽມງົບປະມານເພື່ອສັ່ງຢາວັກຊີນຕື່ມອີກເພື່ອໃຫ້ປະຊາຊົນລາວໄດ້ຮັບການສັກຢ່າງເໝາະສົມໃນເວລາອັນຄວນ,
- ແປດ. ຮຽກຮ້ອງໃຫ້ປະຊາຊົນທຸກຄົນປະຕິບັດໄລຍະຫ່າງ, ບໍ່ສໍາພັດມືໃນເວລາພົບກັນ (ໃຫ້ໃຊ້ການຍົກມືນົບທັກທາຍຕາມປະເພນີລາວເຮົາ, ເຊິ່ງທັງງົດງາມ ແລະ ປອດໄພ),
- ເກົ້າ. ໃຫ້ທຸກໆຄົນໃຊ້ຜ້າອັດປາກອັດດັງໃນເວລາຢູ່ໃນຊຸມຊົນ, ໃນເວລາອອກຈາກເຮືອນໄປມາຢ່າງເຄັ່ງຄັດ.
ຍ້ອນໄລຍະນີ້ຢູ່ປະເທດເຮົາ, ພວມມີວັນສໍາຄັນຂອງພັກ ແລະ ຂອງຊາດຫຼາຍ, ຈຶ່ງຂໍໃຫ້ທຸກຄົນຈົ່ງປະຕິບັດໄລຍະຫ່າງ ແລະ ໃສ່ ຜ້າອັດປາກອັດດັງຢ່າງເຄັ່ງຄັດ, ລ້າງມື, ສີດຢາຂ້າເຊື້ອທຸກໆຄັ້ງ ໃຫ້ທຸກໆຄົນກ່ອນເຂົ້າຮ່ວມງານຕ່າງໆ. ຈໍາກັດງານດອງໃຫ້ກະທັດຮັດ, ບໍ່ອະນຸຍາດໃຫ້ຈັດງານຄອນເສີດ, ງານລາຕີສະໂມສອນ ແລະ ອື່ນໆ. ຮຽກຮ້ອງບໍ່ໃຫ້ມີການ ຈັດງານສະຫຼອງປີໃໝ່ສາກົນທີ່ຈັດເປັນງານໃຫຍ່, ຂໍໃຫ້ສະຫຼອງ ຢູ່ກັບເຮືອນພາຍໃນຄອບຄົວຂອງ ໃຜລາວ, ເຊິ່ງຖືວ່າມີຄວາມອົບອຸ່ນກວ່າ ແລະ ປອດໄພກວ່າ.
ນອກຈາກທີ່ຂ້າພະເຈົ້າສະເໜີມານີ້, ທາງຄະນະສະເພາະກິດ ຈະມີການແນະນໍາມາດຕະການ ລະອຽດຂອງແຕ່ລະໄລຍະຂໍໃຫ້ທຸກຄົນຕິດຕາມ ແລະ ປະຕິບັດຕາມມາດຕະການຕ່າງໆທີ່ສື່ມວນ ຊົນໄດ້ອອກລາຍການເປັນປະຈໍາທຸກໆມື້ນັ້ນໃຫ້ເປັນຄວາມຊີນເຄີຍ ທີ່ຕ້ອງປະຕິບັດຢູ່ເລື້ອຍໆ.
ຂ້າພະເຈົ້າຫວັງວ່າຄໍາເຫັນ, ຄໍາສະເໜີ ຂອງຂ້າພະເຈົ້າຈະເປັນການສ້າງຄະຕິເຕືອນໃຈໃຫ້ທຸກຄົນພາຍໃນຊາດລວມທັງຊາວຕ່າງປະເທດທີ່ດໍາລົງຊີວິດຢູ່ ສປປລາວ ໃຫ້ເປັນເອກະພາບກັນ ແລະ ຖືຄໍາ ຂວັນທີ່ວ່າ “ຮ່ວມແຮງຮ່ວມໃຈ ສູ້ໄພໂຄວິດ…” ໃຫ້ກາຍເປັນພາກປະຕິບັດທີ່ແທ້ຈິງ.
ຂໍອວຍພອນປີໃໝ່ສາກົນ 2021, ຂໍໃຫ້ທຸກໆຄົນຈົ່ງມີສຸຂະພາບ, ມີຄວາມສຸກປາສະຈາກໂລກໄພໄຂ້ເຈັບ ແລະ ປາສະຈາກໂຄວິດ-19.