ໃນຕອນເຊົ້າວັນທີ 17 ທັນວາ 2020, ທີ່ກອງບັນຊາການ ປກສ ເມືອງນາຊາຍທອງ ນວ, ພັຕ ສູນເພັງ ສຸທໍາມະວົງ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງນາຊາຍທອງ ພ້ອມຄະນະ, ໄດ້ມອບລົດຈັກ HONDA ລຸ້ນ MSX ສີຂາວ ໝາຍເລກທະບຽນ ຕວ 6668 ກໍາແພງນະຄອນ ທີ່ເກັບກູ້ຄືນໄດ້ໃນວັນທີ 30 ພະຈິກ 2020 ແລະ ມອບຄືນໃຫ້ ທ້າວ ແກ້ວອຸດອນ ວົງພັກດີ ຢູ່ບ້ານໄຮຢ່ອນ ເມືອງທຸລະຄົມ ແຂວງວຽງຈັນ ເປັນເຈົ້າຂອງ.

.

ພັຕ ສູນເພັງ ສຸທໍາມະວົງ ໄດ້ໃຫ້ຮູ້ວ່າ: ລົດທີ່ນໍາມາມອບໃນຄັ້ງນີ້ ແມ່ນເຈົ້າໜ້າທີ່ຕໍາຫຼວດໜ່ວຍງານ 300 ປກສ ເມືອງນາຊາຍທອງ ສົມທົບກັບ ປກສ ບ້ານນາງ່າ ເມືອງນາຊາຍທອງ ຕັ້ງດ່ານກວດກາຄວາມເປັນລະບຽບຮຽບຮ້ອຍ ຢູ່ທາງດ່ວນເຂດບ້ານນາງ່າ ໃນວັນທີ 30 ພະຈິກ 2020, ໄດ້ພົບເຫັນຊາຍ 2 ຄົນຂັບຂີ່ລົດຊ້ອນກັນມາທາງດ່ວນແຕ່ບ້ານນາງ່າ ເມືອງນາຊາຍທອງ ຈຶ່ງຂໍກວດກາເອກະສານລົດ, ດັ່ງນັ້ນ ຊາຍຄົນຊ້ອນທ້າຍ ຈຶ່ງໄດ້ໂດດລົງລົດ ແລ້ວແລ່ນໜີເຂົ້າປ່າ. ດັ່ງນັ້ນເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ຂັບຂີ່ພ້ອມຂອງກາງລົດຄັນດັ່ງກ່າວມາໄວ້ ຢູ່ກອງບັນຊາການ ປກສ ເມືອງນາຊາຍທອງ ເພື່ອສືບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີ. ຜ່ານການກວດກາຈຶ່ງໄດ້ຮູ້ວ່າ ແມ່ນລົດຈັກຂອງ ທ້າວ ແກ້ວອຸດອນ ວົງພັກດີ ຢູ່ບ້ານໄຮຢ່ອນ ເມືອງທຸລະຄົມ ແຂວງວຽງຈັນ.

ທ້າວ ແກ້ວອຸດອນ ວົງພັກດີ ໄດ້ໃຫ້ຮູ້ອີກວ່າ: ລົດຄັນດັ່ງກ່າວໄດ້ຖືກລັກໄປ ໃນວັນທີ 29 ພະຈິກ 2020; ເຊິ່ງຕົນໄດ້ຂີ່ລົດໄປຈອດຢູ່ຂ້າງຫ້ອງການປົກຄອງບ້ານໄຮຢ່ອນ ເມືອງທຸລະຄົມ ແຂວງວຽງຈັນ ແລ້ວເຂົ້າໄປປະຈໍາການເວນຍາມຢູ່ຫ້ອງການບ້ານ ຈົນຮອດເວລາປະມານ 2:00 ໂມງກັບມາເບິ່ງລົດບໍ່ເຫັນຈຶ່ງໄປແຈ້ງຕໍ່ອຳນາດການປົກຄອງບ້ານ; ມາຮອດວັນທີ 17 ທັນວາ 2020, ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງນາຊາຍທອງ ນວ ໄດ້ໂທແຈ້ງໃຫ້ເຂົ້າມາພົວພັນເອົາລົດຄັນດັ່ງກ່າວ ຕົນເອງຮູ້ສຶກດີໃຈຫຼາຍ ແລະ ຂໍຂອບໃຈນໍາເຈົ້າໜ້າທີ່ທຸກພາກສ່ວນ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ສາມາດນໍາເອົາລົດຈັກຄືນມາໄດ້.
