ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ສະໜອງທຶນຊ່ວຍເຫລືອລ້າ ໃຫ້ແກ່ ສປປ ລາວ ຈຳນວນ 403.768 ໂດລາສະຫະລັດ ໃຫ້ໂຄງການດ້ານສາທາລະນະສຸກ 2 ໂຄງການ ໃນ ແຂວງຫລວງພະບາງ ແລະ ນະຄອນຫລວງວຽງຈັນ, ໂຄງການສ້າງຂົວ 2 ໂຄງການ ຢູ່ ແຂວງບໍ່ແກ້ວ ແລະ ແຂວງຈຳປາສັກ ແລະ 1 ໂຄງການດ້ານການສຶກສາ ຢູ່ ແຂວງຈຳປາສັກ, ໂດຍຜ່ານໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs) ເຊິ່ງພິທີເຊັນສັນຍາໂຄງການ ດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 18 ທັນວາ 2020, ຢູ່ສະຖານທູດຍີ່ປຸ່ນ ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ໂຕແທນ ຂອງອຳນາດການປົກຄອງຈາກເມືອງ ແລະ ແຂວງ ທີ່ໄດ້ຮັບໂຄງການດັ່ງກ່າວ, ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

Image may contain: 1 person, sitting and indoor

ໜຶ່ງໃນໂຄງການດ້ານສາທາລະນະສຸກ ແມ່ນການຈັດຫາອຸປະກອນຕ່າງໆ ເປັນຕົ້ນ ຕູ້ແຊ່ແຂງເລືອດ ແລະ ກ່ອງສຳລັບຂົນສົ່ງໃຫ້ແກ່ສູນເລືອດ ຂອງອົງການກາແດງ ໃນນະຄອນຫລວງວຽງຈັນ. ໂຄງການດັ່ງກ່າວ, ມີຈຸດປະສົງ ເພື່ອຮັກສາສະພາບເລືອດໃຫ້ຢູ່ໃນອຸນຫະພູມທີ່ເໝາະສົມ ເພື່ອນຳໃຊ້ລະຫວ່າງ ສູນເລືອດ ແລະ ແຂວງຕ່າງໆ. ໂຄງການນີ້, ຈະດຳເນີນການພາຍໃຕ້ກອບການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ ໂດຍສົມທົບກັບບໍລິສັດ Daido Industry ຂອງປະເທດຍີ່ປຸ່ນ ທີ່ຜະລິດອຸປະກອນການແພດຫລາຍຊະນິດ. ພ້ອມນັ້ນ, ຍັງມີໂຄງການກໍ່ສ້າງສູນສຸຂະພາບຢູ່ ໂນນສະຫວັນ ແຂວງຫລວງພະບາງ, ເຊິ່ງຈຸດປະສົງຂອງໂຄງການ ແມ່ນເພື່ອຍົກລະດັບຄຸນນະພາບໃຫ້ແກ່ການປິ່ນປົວ ແລະ ປັບປຸງສິ່ງອຳນວຍຄວາມສະດວກດ້ານການແພດ ແລະ ອື່ນໆ.

Image may contain: 6 people, people standing

ສຳລັບໂຄງການສ້າງຂົວ 2 ໂຄງການ ຈະຖືກຈັດຕັ້ງປະຕິບັດຢູ່ ບ້ານນາມີຖິ່ນ ແຂວງບໍ່ແກ້ວ ແລະ ບ້ານບົກ ແຂວງຈຳປາສັກ, ຕາມລຳດັບ, ເຊິ່ງເປັນພື້ນທີ່ ທີ່ມີຂໍ້ຈຳກັດ ໃນການເຂົ້າເຖິງລະບົບສາທາລະນຸປະໂພກ ລວມເຖິງຕະຫລາດທ້ອງຖິ່ນ, ໂດຍສະເພາະແມ່ນໃນລະດູຝົນ. ສ່ວນໂຄງການດ້ານການສຶກສາ ແມ່ນການກໍ່ສ້າງອາຄານໃຫ້ແກ່ ໂຮງຮຽນມັດທະຍົມຕອນຕົ້ນດອນແດງ ໃນ ແຂວງຈຳປາສັກ, ມີຈຸດປະສົງ ໃນການປັບປຸງສິ່ງແວດລ້ອມການສຶກສາ ໂດຍການສ້າງອາຄານຮຽນຫລັງໃໝ່ ພ້ອມສິ່ງອຳນວຍຄວາມສະດວກຕ່າງໆ.

ໃນກອງປະຊຸມລັດຖະມົນຕີ ການຕ່າງປະເທດ ແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 13 ທີ່ໄດ້ຈັດຂຶ້ນ ໃນເດືອນກໍລະກົດ ປີ 2020 ຜ່ານມານີ້, ລັດຖະບານຍີ່ປຸ່ນ ໄດ້ເນັ້ນໜັກວ່າຈະຈັດຕັ້ງປະຕິບັດ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ ເປັນມູນຄ່າ 1 ຕື້ເຢນ ພາຍໃນຊ່ວງທ້າຍເດືອນມີນາ 2021, ໃນຮູບແບບຂອງແຜນລິເລີ່ມ KUNASONE (ຮາກຫຍ້າ) ເພື່ອສົ່ງເສີມເປົ້າໝາຍການພັດທະນາທີ່ຍືນຍົງໃຫ້ແກ່ພາກພື້ນແມ່ນ້ຳຂອງ. ທັງນີ້, ແນໃສ່ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະທ້ອງຖິ່ນຂອງທຸກປະເທດໃນພາກພື້ນແມ່ນ້ຳຂອງ ເຊິ່ງລວມທັງ ສປປ ລາວ. ພ້ອມນັ້ນ, ທ່ານ ທາເກວາກະ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳລາວ ໄດ້ໃຫ້ຄຳໝັ້ນສັນຍາວ່າ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ, ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ລັດຖະບານລາວ ປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ.

Leave a Reply

Your email address will not be published. Required fields are marked *