ໃນວັນທີ 16 ທັນວາ 2020 ຜ່ານມານີ້ ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມສູນຫັດຖະກຳເຄື່ອງປັ້ນດິນເຜົາ ບ້ານຈ່ານເໜືອ ເມືອງ ຈອມເພັດ ແຂວງຫຼວງພະບາງ ໂດຍໄດ້ຮັບການນຳພາຈາກທານ ສິງຕັນ ໄຊລື່ຊົ່ງ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ ແລະ ເປັນກຽດຕ້ອນຮັບ ຈາກທ່ານ ບົວພັນ ອຸດົມສິນ ຮອງເລຂາພັກເມືອງ ຈອມເພັດ ພ້ອມດ້ວຍຄະນະ ແລະ ປະຊາຊົນພາຍໃນບ້ານຈ່ານເໜືອ.

Image may contain: 2 people, outdoor

.

Image may contain: 4 people

.

Image may contain: 1 person

ໂອກາດດັ່ງກ່າວນີ້ ນາຍບ້ານບ້ານຈ່ານເໜືອ ໄດ້ລາຍງານສະພາບການພາຍໃນບ້ານ ແລະສູນຫັດຖະກຳ ວ່າ: ບ້ານຈ່ານເໜືອເປັນບ້ານໜື່ງທີ່ຂຶ້ນກັບກຸ່ມເທດສະບານເມືອງ ຫ່າງຈາກສຳນັກງານເມືອງ 5 ກິໂລແມັດມີ 97 ຄອບຄົວ,ພົນລະເມືອງ 456 ຄົນ,ຍິງ 227 ຄົນ,ອາຊີບສ່ວນໃຫຍ່ແມ່ນປູກຝັງລ້ຽງສັດ,ຄ້າຂາຍ ແລະ ເຮັດຫັດຖະກຳປັ້ນໝໍ້ລໍ່ໄຫ ອີກຈຳນວນໜື່ງ. ສໍາລັບຫັດຖະກຳປັ້ນໝໍ້ລໍ່ໄຫ ແມ່ນໄດ້ຕິດພັນກັບປະຊາຊົນຊາວບ້ານຈ່ານເໜືອມາແຕ່ດຶກດຳບັນນັບແຕ່ສະໄໝເຈົ້າຟ້າງຸ່ມທ້ອນໂຮມອານາຈັກເຂົ້າເປັນອັນໜື່ງອັນດຽວກັນເປັນຕົ້ນມາ,ປັດຈຸບັນຄອບຄົວທີ່ເຮັດຫັດຖະກຳຢູ່ສູນຫັດຖະກຳປັ້ນໝໍ້ມີທັງໝົດ 7 ຄອບຄົວ,ມີ 14 ຄົນ,ເຊິ່ງສູນນີ້ໄດ້ເລີ່ມຈັດຕັ້ງເປັນກຸ່ມມາແຕ່ປີ 2003.ໄລຍະນັ້ນມີ 15 ຄອບຄົວ ໂດຍໄດ້ຮັບທຶນຈາກໂຄງການ ອີຢູ່(EU )ໃຫ້ທຶນຊື້ດິນ,ສ້າງອາຄານ,ຂຸດເຕົາເຜົາ ພ້ອມທັງຈັດຊຸດເຝິກອົບຮົມທາງດ້ານການຄັວດລວດລາຍ,ການແກະສະລັກ, ຕໍ່ມາປີ 2009 ສູນແຫ່ງນີ້ໄດ້ຮັບທຶນຈາກກົມພັດທະນາການທ່ອງທ່ຽວສ້າງເຕົາເຜົາອີກຄັ້ງ, ມາຮອດປີ 2017ໄດ້ຮັບທຶນການຊ່ວຍເຫຼືອຈາກໂຄງການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ຫຼື ADB ໃນການສ້າງເສັ້ນທາງເຂົ້າບ້ານ, ສ້າງສູນຫັດຖະກຳສາທິດແລະຈຳໜ່າຍເຄື່ອງປັນດິນເຜົາແລະ ອື່ນໆອີກຈຳນວນໜື່ງ, ມາຮອດວັນທີ 21ສິງຫາ 2020 ເຄື່ອງຫັດຖະກຳປັ້ນໝໍ້ລໍ່ໄຫ ບ້ານຈ່ານເໜືອ ໄດ້ຮັບກາເຄື່ອງໝາຍການຄ້າໜື່ງເມືອງ ໜຶ່ງຜະລິດຕະພັນ.

Image may contain: 4 people, people standing

.

Image may contain: 3 people, shoes and indoor

ໂອກາດການມາຢ້ຽມຢາມບ້ານຈ່ານເໜືອຄັ້ງນີ້ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ກໍໄດ້ຊີ້ນໍາໃຫ້ປະຊາຊົນຊ່ວຍກັນອານຸລັກຮັກສາມູນມໍລະດົກແຫ່ງນີ້ໄວ້ໃຫ້ຍືນຍົງແລະໃຫ້ເປັນເອກະລັກສະເພາະ. ນອກນັ້ນ, ຍັງເນັ້ນໃຫ້ພາກລັດໃຫ້ການສົ່ງເສີມ ໂດຍສະເພາະຂະແໜງການທີ່ກ່ຽວຂ້ອງ ພ້ອມກັນໂຄສະນາເຜີຍແຜ່,ຊອກຫາວີທີຂະຫຍາຍບ່ອນຈຳໜ່າຍສີນຄ້າໃຫ້ກວ້າງຂວາງຂື້ນກວ່າເກົ່າ.

Image may contain: 6 people, people standing and outdoor

ຂ່າວ: ເມຶອງຈອມເພັດ

Leave a Reply

Your email address will not be published. Required fields are marked *