ນະຄອນຫຼວງວຽງຈັນ: ລາຍງານຈາກໜ່ວຍກູ້ໄພ ແລະ ປະຊາຊົນທີໃຫ້ຮູ້ວ່າ ເວລາປະມານ 22:00 ວັນທີ່ 21 ທັນວາ 2020 ເກີດເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 1 ຫຼັງ.

ຈຸດເກີດເຫດ ເມືອງເຂດບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ຄວາມເສຍຫາຍແມ່ນເຮືອນ 1 ຫຼັງ, ບໍ່ມີຜູ່ບາດເຈັບຈາກເຫດການຄັ້ງນີ້. ສ່ວນສາເຫດເຈົ້າໜ້າທີ່ກ່ຽວຂ້ອງຈະກວດສອບຕໍ່ໄປ.

ຂໍໃຫ້ທຸກຄົນລະມັດລະວັງ . ສະແດງຄວາມເສຍໃຈກັບຄອບຄົວຜູ້ເຄາະຮ້າຍຈາກເຫດໄຟໄໝ້ຄັ້ງນີ້.
ຄລິບໄຟໄໝ້ 1
ຄລິບໄຟໄໝ້ 2
ຄລິບໄຟໄໝ້ 3