ທີມງານ ປະກາດ Pakaad ໄດ້ເຮັດການ ຣີວິວ ທາງດ່ວນ ວຽງຈັນວັງວຽງ ໃນວັນທີ 21 ທັນວາ 2020. ການເດີນທາງ ໃຊ້ເວລາພຽງ ຊົ່ວໂມງປາຍເທົ່ານັ້ນ

ຂໍ້ກຳໜົດ ແລະຂໍ້ຫ້າມຕ່າງໆທີ່ຄວນຮູ້

  • ທາງດ່ວນມຳ 2 ເລນ ໄປ/ກັບ ແລະ ອີກ 1 ເລນ ດ້ານຂວາ (ເສັນທາງນີ້ໄວ້ໃຊ້ສະເພາະເຫດສຸກເສີນກຽມເຂົ້າເພື່ອຂຶ້ນ/ລົງທາງດ່ວນ).
  • ສຳຫຼັບລົດທີ່ຕ້ອງການນຳໃຊ້ຄວາມໄວ 100km/h ຂຶ້ນໄປໃຫ້ນຳໃຊ້ເລນຊ້າຍ
  • ສິ່ງທີ່ຕ້ອງປະຕິບັດຕາມປ້າຍສັນຍານຕ່າງໆເຊັ່ນ: ຫຼຸດຜ່ອນຄວາມໄວ, ໃກ້ຈະເຖິງດ່ານເກັບຄ່າຜ່ານທາງ ຫຼືເຂົ້າພັກລົດໃນປໍ້ານໍ້າມັນ
  • ຮັກສາໄລຍະຫ່າງຈາກລົດຄັນດ້ານໜ້າ 100-200 ແມັດ
    ຂໍ້ຫ້າມ
  • ຫ້າມລົດທີ່ມີຄວາມຈຸຕໍ່າກວ່າ 350cc ຫຼື ລົດຈັກຂຶ້ນທາງດ່ວນ (ຢູ່ທີ່ຈຸດເກັບເງິນຈະມີການກວດສະພາບລົດ)
  • ໃນຈະນະທີ່ກຳລັງຢູ່ເສັ້ນທາງດ່ວນ ຫ້າມຢຸດ/ ຈອດ ຢູ່ກາງທາງຫາກເກີດກໍລະນີສຸກ ເສີນໃຫ້ນຳໃຊ້ເສັ້ນດ້ານຂວາ ຫຼືທາງທີ່ໄດ້ຖືກກຳໜົດໄວ້,
  • ບໍ່ອະນຸຍາດລົດບັນທຸກທີ່ມີນໍ້າໜັກເກີນ 10T ຂຶ້ນທາງດ່ວຍ (ຈະມີຈຸດກວດນໍ້າໜັກ)
    ເພື່ອຄວາມເປັນລະບຽບ ແລະມາດຕະຖານໃນການນໍາໃຊ້ທາງດ່ວນຫຼີກເວັ້ນການເກີດອຸບັດຕິເຫດທຸກຄົນທີ່ຈະນຳໃຊ້ທາງດ່ວນເສັ້ນນີ້ຕ້ອງໄດ້ປະຕິບັດນຳກັນຢ່າງເຂັ້ມງວດ.

ກົດຊົມຄລິບ ນະຄອນຫຼວງວຽງຈັນ ຫາ ວັງວຽງ

ກົດຊົມຄລິບ ຈາກ ວັງວຽງ ຫາ ນະຄອນຫຼວງວຽງຈັນ

.

.

ພາບລົດອັ່ງທີ່ດ່ານທາງດ່ວນຈຸດວັງວຽງ

.

.

.

.

.

ພາບແລະຄລິບ : © ປະກາດ Pakaad

Leave a Reply

Your email address will not be published. Required fields are marked *