ເຟສບຸກ ປັນຍາມິດ ຮຸ່ງເຮືອງຊັບ ໄດ້ເຜີຍແຜ່ ຮູບພາບລົດເກີດອຸບັດເຫດ ທີ່ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ເຊີ່ງໄດ້ເຮັດໃຫ້ເກີດລົດຕິດເປັນຈໍານວນຫຼາຍ.

ອຸບັດຕິເຫດເກີດຕອນເວລາປະມານ 00:15 ວັນທີ 21/12/2020. ສາເຫດຍ້ອນມີລົດຈັກຈອດປະໄວ້ເບນແລ່ນໄວ, ເຈົ້າຂອງລົດຈັກເມົາ. ໂຊກດີທີ່ບໍ່ມີຄົນເປັນຫຍັງ, ແຕ່ລົດເປເພ.


.
ແນວໃດກໍ່ຕາມ, ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ໄດ້ຈັດພິທີເປີດຢ່າງເປັນທາງການໃນວັນທີ 20 ທັນວາ 2020 ທີ່ຜ່ານມາ, ແລະ ໄດ້ເປີດໃຫ້ນຳໃຊ້ຢ່າງເປັນທາງການໃນມື້ນີ້ ວັນທີ 21 ທັນວາ 2020 ເຊີ່ງຈະໃຫ້ບໍລິການຟຣີ ເປັນເວລາ 3 ມື້ (ວັນທີ 21-22-23 ທັນວາ 2020)

ລະມັດລະວັງນຳກັນເດີ້ພີ່ນ້ອງເອີຍ
ຄຣິບ1
ຄຣິບ2