ຂປລ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປລາວ) ແລະ ໄທ ຮ່ວມກັນຈັດງານ ສຳມະນາ ວິຊາການ ເພື່ອສະຫລອງ 70 ປີ ແຫ່ງຄວາມສຳພັນ ທາງການທູດລາວໄທ ໄດ້ກ້າວເຂົ້າສູ່ ຄວາມເປັນຫຸ້ນສ່ວນ ຍຸດທະສາດ ເພື່ອການຈະເລີນ ເຕີບໂຕ ແລະ ພັດທະນາ ຢ່າງໝັ້ນຄົງ.

Image may contain: one or more people and people standing, text that says 'การทูต ไทย ไทย-ลาว ลาว'

ໂດຍມີທ່ານ ວິຊາວັດ ອິດສັກດິ ຜູ້ຊ່ວຍ ລັດຖະມົນຕີ ປະຈຳ ກະຊວງ ການຕ່າງປະເທດໄທ ແລະ ທ່ານ ແສງ ສຸຂະທິວົງ ເອກອັກຄະລັດ ຖະທູດ ສປປລາວ ປະຈຳ ປະເທດໄທ ພ້ອມດ້ວຍ ທ່ານກຽດຕິຄຸນຊາຕີ ປະເສີດ ປະທານ ສະມາຄົມມິດຕະພາບ ໄທ-ລາວ ໄດ້ຮ່ວມກັນ ເປັນປະທານ ໃນພິທີ ເປີດງານ ສຳມະນາ ວິຊາການ ພາຍໃຕ້ ຫົວຂໍ້ວ່າ “70 ປີ ແຫ່ງຄວາມສຳພັນ ທາງການທູດ ລາວ-ໄທ ໄດ້ກ້າວເຂົ້າສູ່ ຄວາມເປັນ ຫຸ້ນສ່ວນ ຍຸດທະສາດ ເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາ ຢ່າງໝັ້ນຄົງ.” ແລະ ພິທີເປີດໂຕ ກາສັນຍາລັກ ຄົບຮອບ 70 ປີ ແຫ່ງຄວາມສຳພັນ ຢ່າງເປັນທາງການ ຢູ່ນະຄອນຫລວງ ບາງກອກ ປະເທດໄທ.

Leave a Reply

Your email address will not be published. Required fields are marked *