ໃນວັນທີ 17 ທັນວາ 2020 ນີ້ ຢູ່ທີ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ທ່ານ ນາງ ປານີ ຢາທໍຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ຕິດຕາມ ການກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຄັ້ງທີ IX ແລະ ສະພາປະຊາຊົນ ຄັ້ງທີ II ຂອງແຂວງໄຊຍະບູລີ ໂດຍການເປັນກຽດຕ້ອນຮັບຂອງທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາທ່ານ ຄະນະປະຈຳພັກແຂວງ, ທ່ານ ບຸນລ້ວນ ຊົມສີຫາປັນຍາ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໆຊຽງຮ່ອນ, ອຳນາດການປົກຄອງເມືອງອ້ອມຂ້າງ ເມືອງເງິນ, ເມືອງຄອບ ແລະ ເມືອງຫົງສາ, ພະນັກງານຫຼັກແຫຼ່ງຂອງເມືອງຊຽງຮ່ອນ, ພະນັກງານ ອາວຸດໂສບໍານານ ຕະຫຼອດຮອດອຳນາດການປົກຄອງບ້ານ 14 ບ້ານເທດສະບານເຂົ້າຮ່ວມ.

ທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງໄດ້ລາຍງານການຈັດຕັ້ງປະຕິບັດຂອງຄະນະກຳມະການການເລືອກຕັ້ງຂັ້ນແຂວງ ໂດຍໄດ້ຍົກໃຫ້ເຫັນ ສະພາບການທີີ່ບັນດາປະຊາຊາດໃນໂລກ ພວມປະເຊີນໜ້າກັບການແຜ່ ລະບາດຢ່າງຮ້າຍແຮງ ຂອງພະຍາດໂຄວິດ-19, ເວົ້າສະເພາະປະເທດເຮົາກໍ່ຄືແຂວງໄຊຍະບູລີ ໄດ້ຮັບຜົນກະທົບເຊັ່ນດຽວກັນ, ໂດຍສະເພາະ ແມ່ນຜົນກະທົບຈາກ ໄພທໍາມະຊາດ, ການລະບາດຂອງພະຍາດໄຂ້ຍຸງລາຍ, ພະຍາດອະຫິວະໝູອັບຟິກກາ, ບົ້ງຝູງສາລີ ທໍາລາຍຜົນລະປູກ ເຊິ່ງໄດ້ສົົ່ງຜົນກະທົບບໍ່ໜ້ອຍ ຕໍ່ເສດຖະກິດ ແລະ ການເງິນຂອງແຂວງ, ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຊີວິດ, ຊັບສິນ ແລະ ການຜະລິດຂອງປະຊາຊົນ

ແຕ່ເຖິງຢ່າງໃດກໍ່ຕາມ ພາຍໃຕ້ການນໍາພາຂອງອົງຄະນະພັກແຂວງຢ່າງໃກ້ຊິດ ໂດຍການເສີມຂະຫຍາຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຂອງການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນຂອງສັງຄົມ ໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ຊອກວິທີທາງແກ້ໄຂ ເພື່ອຟື້ນຟູການຜະລິດ, ການບໍລິການ ຂອງປະຊາຊົນ ແລະ ຜູ້ປະກອບການ ບົນພື້ນຖານເສີມຂະຫຍາຍຄວາມສາມັກຄີເປັນ ເອກະພາບ, ບົນຈິດໃຈເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັັ້ມແຂງດ້ວຍຕົນເອງ ມາຮອດປະຈຸບັນ ຄະນະກໍາມະການເລືອກຕັັ້ງຂັັ້ນແຂວງ ໄດ້ສຳເລັດການເປີດກອງປະຊຸມ ຄະນະກໍາມະການເລືອກຕັັ້ງຂັັ້ນແຂວງ, ອະນຸກໍາມະການຊ່ວຍວຽກຄະນະກໍາມະການ ການເລືອກຕັັ້ງຂັັ້ນແຂວງ ແລະ ເຊື່ອມຊຶມບັນດາເອກະສານທີີ່ໄດ້ຜັນຂະຫຍາຍຈາກຄະນະກໍາມະການເລືອກຕັັ້ງລະດັບຊາດ, ແຕ່ງຕັ້ງລາຍຊື່ຜູ້ອອກຮັບສະມັກເລືອກຕັ້ງ ໄດ້ແບ່ງຄວາມຮັບຊອບໃຫ້ບຸກຄົນຕາມພາລະບົດບາດຂອງແຕ່ ລະອານຸກໍາມະການ, ສ່ວນຢູ່ບັນດາເມືອງ ພາຍຫຼັງໄດ້ຮັບນິຕິກໍາຂອງຄະນະກໍາມະການເລືອກຕັັ້ງ ຂັັ້ນແຂວງແລ້ວກໍ່ໄດ້ຮີບຮ້ອນແຕ່ງຕັັ້ງຄະນະກໍາມະການເລືອກຕັັ້ງຂັັ້ນຂອງຕົນ ພ້ອມທັງລົງເກັບກໍາຂໍ້ມູນ ເພືີ່ອຮັບໃຊ້ໃຫ້ແກ່ການເລືອກຕັັ້ງ.

ໃນການລົງຊຸກຍູ້ຕິດຕາມໃນຄັ້ງນີ້ທ່ານ ນາງ ປານີ ຢາທໍຕູ້ ກຳມະການກົມການເມືອງສູນການພັກ ປະທານສະພາແຫ່ງຊາດ ຍັງໄດ້ໂອ້ລົມໃຫ້ຄຳຄິດຄຳເຫັນ ກ່ອນອື່ນທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກເມືອງທຸກຂັ້ນທີ່ຍາດໄດ້ຜົນງານຕ່າງໆໃນໄລຍະຜ່ານມາ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ຄະນະພັກທຸກຂັ້ນ ຈົ່ງໄດ້ພ້ອມກັນເອົາໃຈຕໍ່ກັບວຽກງານການກະກຽມການເລືອກຕັ້ງ ເປັນຕົ້ນແມ່ນ ເອົາໃຈໃສ່ກວດກາບັນດາໜ້າວຽກຕ່າງໆຂອງຄະນະກຳມະການການເລືອກຕັ້ງຂັ້ນແຂວງຢ່າງໄກ້ຊິດລຽນຕິດ ເປັນຕົ້ນແມ່ນ ຜູ້ມີສິດປ່ອນບັດເລືອກຕັ້ງ ໜ່ວຍປ່ອນບັດເລືອກຕັ້ງ, ພ້ອມກັນສຸມໃສ່ຂື້ນແຜນການກຳນົດເຂດເລືອກຕັ້ງໜ່ວຍປ່ອນບັດ ໄປຄຽງຄູ່ກັນ ເກັບກຳຂໍ້ມູນທາງດ້ານອຸປະກອນຕ່າງໆ ເພື່ອຮັບໃຊ້ການເລືອກຕັ້ງໃຫ້ທັນຕາມກຳນົດທີ່ວາງໄວ້ ພ້ອມນັ້ນຕ້ອງໄດ້ເອົາໃຈໃສ່ຕໍ່ກັບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບເພື່ອຮັບປະກັນໃຫ້ ຂັ້ນຕອນການກະກຽມ ແລະ ຂັ້ນຕອນການເລືອກຕັ້ງຜູ້ແທນໃນຄັ້ງນີ້ຮັບປະກັນໄດ້ຄວາມສະຫງົບ100% ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ອຳນາດການປົກຄອງ ຂັ້ນແຂວງ, ຂັ້ນເມືອງຈົ່ງພ້ອມກັຍຍູ້ແຮງວຽກງານເສດຖະກິດ-ສັງຄົມໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນການລົງພົບປະອຳນາດການປົກຄອງເມືອງໃນຄັ້ງນີ້ທ່ານຍັງໄດ້ນຳເອົາອາຫານແຫ້ງ ແລະ ເງິນຈຳນວນ 37 ລ້ານກີບມາມອບໃຫ້ກອງຮ້ອຍທະຫານຊາຍແດນ 151 ເພື່ອເປັນກໍາລັງໃຈໃຫ້ອ້າຍນ້ອງທະຫານທີ່ເຮັດໜ້າທີ່ປ້ອງກັນຊາດຢູ່ເຂດ ຫ່າງໄກສອກຫຼີກ.

ໂດຍ: ດອນ ຂຽວພະນາ.