ຫລວງພຣະບາງ: ໃນວັນທີ່ 20 ທັນວາ 2020 ເວລາ 19:31 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີ ອຸບັດຕິເຫດຂັບຂີ່ລົດຈັກ+ລົດຈັກ ຢູ່ເສັ້ນທາງ ບ້ານວຽງສະຫວັນ ນະຄອນ ຫລວງພະບາງ, ແຂວງຫລວງພຣະບາງ.

ຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບ 3 ຄົນ (ເສຍຊີວິດຄາທີ່ 1 ຄົນ) ອາການບາດເຈັບເບື້ອງຕົ້ນແມ່ນ.
- ຜູ່ທີ 1: ເພດຊາຍ (ແມ່ນພີ່ນ້ອງນຳສົ່ງໂຮງຫມໍກ່ອນ)
- ຜູ່ ທີ 2: (ເພດຊາຍ) ມີບາດແຜຈີກຢູ່ຫນ້າຜາກ, ຫນ້າແຄ່ງແຂນແລະຂາເບື້ອງຊ້າຍຫັກປິດ.
- ຜູ່ທີ 3: ( ເສຍຊີວິດຄາທີ່) ຊື່ທ້າວ ສຸເລ່ ອາຍຸ18ປີ ບ້ານຢູ່ປັດຈຸບັນ ບ້ານຫ້ວຍມາດ ເມືອງປາກອູ ແຂວງຫລວງພະບາງ (ທີມງານນຳສົ່ງກັບບ້ານ)

ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວຫຼວງພະບາງຈຶ່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນໃຫ້ຄົນເຈັບຜູ່ທີ02ແລ້ວນຳສົ່ງໂຮງຫມໍແຂວງຫລວງພະບາງ.
ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️ 071 1625 ; 030 9211625 ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑
ທາງຫນ່ວຍກູ້ຊີບອົງການກາແດງລາວຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຂອງຜູ້ເສຍຊີວິດຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ🙏🙏🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625