ນະຄອນຫຼວງວຽງຈັນ: ສະມາຄົມອາສາກູ້ໄພນະຄອນຫຼວງ ແຈ້ງໃຫ້ຮູ້ວ່າ ໃນວັນທີ 20/12/2020 ເວລາ 20:50 ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີລົດໃຫຍ່ຕຳລົດຈັກ ຮຸນແຮງ.

ຈຸດເກີດເຫດແມ່ນຢູ່ບ້ານ ໜອງບຶກ ເມືອງ ສີໂຄດ ຕະບອງ ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 03 ຄົນເປັນເພດຊາຍ 2 ຄົນ ເພດຍິງ 1ຄົນ. ພົບວ່າຫົວໃຈຢຸດເຕັ້ນ ແລະ ຊິບພະຈອນບໍຕອບສະໜອງ ຫນ່ວຍກູ້ໄພເຮົາຈຶ່ງໄດ້ທຳການ CPR (ຫຼືນນວດຫົວໃຈ) ແຕ່ກໍບໍ່ມີຜົນຕອບສະໜອງ.

ອາການເບື້ອງຕົ້ນແມ່ນ
- ຜູ່ທີ1 : ໝົດສະຕີ ແລະ ບໍ່ຕອບສະໜອງ ຄໍຫັກ ( ເສຍຊິວິດ )
- ຜູ່ທີ 2: ຫມົດສະຕິ ແລະ ກະທົບຫົວ ( ເສຍຊີວິດ )
- ຜູ່ທີ 3 : ຫມົດສະຕິ ເດັກນ້ອຍ( ເສຍຊີວິດ )

ດັ່ງນັ້ນເຮົາຈຶງໄດ້ປະສານຫາເຈົ້າຫນ້າທີແລະຍາດຕິພີ່ນ້ອງຂອງຜູ່ເສຍຊີວິດເພື່ອມອບສົບໄປເຮັດພິທີທາງສາດສະໜາ ຂໍສະແດງຄວາມເສຍໃຈມາທາງຄອບຄົວຜູ້ເສຍຊິວິດດ້ວຍ

ອຸປະຕິເຫດສຸກເສີນໂທ : 🚑 1624 🚑 ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- ອຸປະກອນການແພດຕ່າງໆ
- ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
- ຕິດຕໍ່ສອບຖາມ: 020 2244 1624

