ນະຄອນຫຼວງວຽງຈັນ: ໃນວັນທີ 19 ທັນວາ 2020, ກູ້ໄພ 1623 ໄດ້ຮັບເຄື່ອງບໍລິຈາກ ຈາກທ່ານ ນາງ ພັນມະຫາ ສິງຫາລາດ (ພ້ອມດ້ວຍຄອບຄົວ)ໃຫ້ແກ່ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ມີດັ່ງນີ້: ຫມີ່ 4 ແກັດ, ນ້ຳດື່ມ 18 ແພັກ.ຝ, ນ້ຳອັດລົມ 2 ແກັດ. ລວມເປັນມູນຄ່າທັງຫມົດ 1.300.000 ກີບ.

ໃນມື້ດຽວກັນ ຫົວຫນ້າບໍລິສັດ KGS ທ່ານ ຄຳມະນີ ຣາຊະພົນ KAMMANY GENERAL SERVICE
ບ້ານ ສົມຫວັງໃຕ້ ເມືອງຫາດຊາຍຟອງ ແຂວງນະຄອນຫຼວງ ໄດ້ບໍລິຈາກ ຫີບໂລງສົບ ຈຳນວນ 3 ໜ່ວຍ ລວມເປັນມູນຄ່າທັງຫມົດ 4.500.000 ກີບ.

ພວກເຮົາຕ້ອງຂໍຂອບໃຈທ່ານທີ່ເຫັນຄວາມສຳຄັນ ແລະ ຢາກມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມ.

Leave a Reply

Your email address will not be published. Required fields are marked *