ໃນວັນທີ 15 ທັນວາ 2020 ກອງບັນຊາການ ປກສ ແຂວງສະຫວັນນະເຂດໄດ້ຈັດ ພິທີຖະແຫຼງຂ່າວກ່ຽວກັບຜົນ ການສືບສວນ-ສອບສວນ ເຫດການເກີດມີສຽງດັງແຕກ ພາໃຫ້ເກີດອັກຄີໄພຢ່າງຮຸນ ແຮງ ຢູ່ຈຸດກວດກາສິນຄ້າຂອງ ເຈົ້າໜ້າທີ່ພາສີດ່ານສາກົນແດນສະຫວັນ ເຫດການດັ່ງກ່າວ ເກີດຂຶ້ນໃນຕອນເຊົ້າຂອງວັນທີ 3 ທັນວາທີ່ຜ່ານມາ. ເຊິ່ງມີລາຍ ລະອຽດດັ່ງນີ້:
ຂ້າພະເຈົ້າຊື່ ພັທ ບຸນເລີດ ຄະທຸມພົນ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງສະຫວັນ ນະເຂດ, ທັງເປັນຜູ້ຊີ້ນຳໃນຂົງ ເຂດວຽກງານຕຳຫຼວດ: ຂໍຖະ ແຫຼງການກ່ຽວກັບຜົນຂອງການ ສືບສວນ-ສອບສວນ ແກ້ໄຂຕໍ່ເຫດ ການກໍ່ໃຫ້ເກີດມີສຽງດັງແຕກ ພາໃຫ້ເກີດອັກຄີໄພຢ່າງຮຸນແຮງ ຢູ່ຈຸດກວດກາສິນຄ້າຂອງເຈົ້າໜ້າ ທີ່ພາສີປະຈຳດ່ານສາກົນແດນ ສະຫວັນ ໃນຄັ້ງວັນທີ 03/12/ 2020, ໃຫ້ສັງ ຄົມທຸກຊັ້ນຄົນຮັບ ຊາບທົ່ວເຖິ່ງກັນວ່າ: ພາຍຫຼັງ ເຫດການເກີດຂຶ້ນແລ້ວ, ທາງຄະ ນະພັກ-ຄະນະບັນຊາ ປກສ ແຂວງ ສະຫວັນນະເຂດ ກໍ່ໄດ້ຮີບຮ້ອນ ເຕົ້າລວມ ເພື່ອຄວາມເປັນເອກະ ພາບໃນການຂໍທິດຊີ້ນຳຈາກຂັ້ນ ເທິງ, ຈາກນັ້ນກໍ່ໄດ້ຮັບການມອບໝາຍໃຫ້ສົມທົບແລກປ່ຽນ ນຳພາ-ບັນຊາພາກສ່ວນວິຊາສະເພາະ ໃນນັ້ນມີ 03 ພາກສ່ວນຄື: 1. ກອງບັນຊາການ ປກສ ແຂວງ ມີ(ຫ້ອງຕຳຫຼວດ ແລະກອງບັນ ຊາການ ປກສ ເມືອງ ເຊໂປນ); 2. ພາກສ່ວນກະຊວງປ້ອງກັນ ຄວາມສະຫງົບ (ກົມສືບສວນ-ສອບສວນ ແລະກົມນິຕິວິທະຍາ ຂຶ້ນກັບກົມໃຫຍ່ຕຳຫຼວດ); 3. ພາກສ່ວນ ຊ່ຽວຊານທາງດ້ານວັດ ຖຸລະເບີດຈາກບໍລິສັດບໍ່ຄຳເຊ ໂປນ.

ຜ່ານການຈັດຕັ້ງປະຕິບັດ ຂອງເຈົ້າໜ້າທີ່ພາກສ່ວນຕ່າງໆ ໄດ້ດຳເນີນໄປຕາມບາດກ້າວ, ຂັ້ນ ຕອນມີວິທີການ ແລະໄປຕາມຫຼັກ ວິຊາສະເພາະຢ່າງລະອຽດຖີ່ ຖ້ວນ, ຊັດເຈນ, ພາວະວິໄສ ແລະ ມີການຄົ້ນຄວ້າໄຈ້ແຍກ, ພິສູດ ຂໍ້ມູນຫຼັກຖານທາງດ້ານວິທະຍາ ສາດສາມາດສະຫຼຸບ ແລະຢັ້ງ ຢືນໄດ້ວ່າ: ເຫດການເກີດມີສຽງ ດັງແຕກ ແລະເກີດອັກຄີໄພໃນຄັ້ງ ວັນທີ03/12/ 2020 ບໍ່ແມ່ນເກີດ ຈາກການ ວາງລະເບີດ ຫຼືການ ແຕກ ຂອງລູກລະເບີດແຕ່ຢ່າງໃດ, ເນື່ອງຈາກວ່າ: ຜ່ານການກວດກາຊັນນະສູດສະຖານທີ່ເກີດເຫດ ຂອງເຈົ້າໜ້າທີ່ຕຳຫຼວດ 03 ພາກ ສ່ວນບວກກັບການນຳໃຊ້ເຄື່ອງມື ອຸປະກອນເຕັກນິທີ່ທັນສະໄໝ ຂອງຊ່ຽວຊານດ້ານວັດຖຸລະເບີດ ຂອງບໍລິສັດບໍ່ຄຳເຊໂປນ ແມ່ນບໍ່ ພົບເຫັນດິນລະເບີດ ແລະສິ້ນສ່ວນ ຂອງລະເບີດກໍ່ຄືສິ້ນສ່ວນສານ ເຄມີ ແລະສານເສບຕິດອຶ່ນໆ, ພຽງແຕ່ພົບເຫັນສິ້ນສ່ວນຂອງບັ້ງ ກະໂພກປິ່ງປ໋ອງ ແລະບັ້ງໄຟພຸຈຳ ນວນຫຼາຍສົມຄວນຟົ້ງກະຈາຍ ຢູ່ໃນສະຖານທີ່ເກີດເຫດເປັນວົງ ລັດສະໝີກວ້າງ 100 ກວ່າແມັດ.

ຈາກສະພາບຄວາມເປັນຈິງ ຂອງເຫດການດັ່ງກ່າວ, ຂ້າພະ ເຈົ້າຂໍຢັ້ງຢືນ ແລະຢ້ໍາຄືນຕື່ມອີກ ວ່າ: ເຫດການຄັ້ງນີ້ມັນແມ່ນເກີດ ຈາກການແຕກຂອງບັ້ງກະໂພກ ປິ່ງປ໋ອງ ແລະບັ້ງໄຟພຸຈຳນວນ ຫຼາຍ ທີ່ຊຸກເຊື່ອງມານຳລົດກາໝັດ ທະບຽນ ຄຳມ່ວນ ບກ 0347/ ບກ 0311 ຄົນຂັບຊື່ ທ້າວ ຫງວຽນແທັງຖຸຍ ອາຍຸ 44 ປີ, ສັນຊາດຫວຽດນາມ, ບ້ານດົງ ຮ່າ, ເມືອງດົງຮ່າ, ແຂວງ ກວາງຈິ, ໜັງສືຜ່ານແດນ C 7282838 ທີ່ບັນທຸກຫີນກາວ ຈາກບໍລິສັດແຮ່ທາດສະຫວັນ ຈໍາກັດ, ທີ່ຕັ້ງຢູ່ເມືອງຈໍາພອນ, ແຂວງສະຫວັນນະເຂດ, ເມື່ອມາ ຮອດຈຸດກວດກາບ່ອນເກີດເຫດ ກຳມະກອນທີ່ຊ່ວຍວຽກພາສີ ຈຶ່ງກວດກາໂດຍການໃຊ້ເຫຼັກສະ ແລັງທັ່ງແທງ ແລະໃຊ້ຄ້ອນຕີ ຕອກລົງຈຶ່ງເຮັດໃຫ້ເກີດເປັນປະ ກາຍໄຟພ້ອມທັງສຽງແຕກຮຸນ ແຮງເຮັດໃຫ້ຫີນກາວຟົ້ງກະຈາຍ ໄປໃນລັດສະໝີວົງກວ້າງ ແລະໄຟ ໄໝ້ລຸກລາມໄປໃສ່ກະຟຸຍນ້ຳມັນ ຈຳນວນ 1.700 ລິດ ທີ່ຮັກສາ ໄວ້ໃນຈຸດດັ່ງກ່າວເຮັດໃຫ້ຍິ່ງ ເພີ່ມທະວີຄວາມແຮງຂອງແປວ ໄຟເຮັດໃຫ້ຫຍຸ້ງຍາກໃນການສະ ກັດກັ້ນ ແລະມອດໄຟຂອງເຈົ້າ ໜ້າທີ່, ຈຶ່ງກໍ່ໃຫ້ເກີດຜົນເສຍຫາຍ ຢ່າງຫຼວງຫຼາຍຄື:

ມີຜູ້ເສຍຊີວິດ ຈາກເຫດການທີ່ເກີດຂຶ້ນຈຳນວນ 03ຄົນ, ຍິງ 01 ຄົນ, ໃນນັ້ນສັນ ຊາດລາວ 02 ຄົນ, ສັນຊາດ ຫວຽດນາມ 1 ຄົນ, ຍິງ 01 ຄົນ; ມີຜູ້ໄດ້ຮັບບາດເຈັບສາຫັດ 07 ຄົນ, ຍິງ 01 ຄົນ: ຄົນ ລາວ 02 ຄົນ, ຍິງ 01 ຄົນ ແລະຄົນຫວຽດນາມ 05 ຄົນ; ຜູ້ໄດ້ຮັບບາດເຈັບສົມຄວນ 01 ຄົນ ເປັນຄົນລາວ; ຜູ້ໄດ້ຮັບບາດ ເຈັບເລັກໜ້ອຍ 02 ຄົນເປັນ ຄົນລາວ; ຊັບສິນຖືກໄຟໄໝ້ໃຊ້ ການບໍ່ໄດ້ ແລະຊັບສິນທີ່ຖືກກະທົບ ຈາກການຟົ້ງຂອງຫີນກາວຈຳ ນວນໜຶ່ງ. ປະຈຸບັນ, ທາງເຈົ້າ ໜ້າທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພວກເຮົາ ແມ່ນຍັງສືບຕໍ່ເກັບກຳຂໍ້ມູນ, ສືບ ສວນ-ສອບສວນຫາທີ່ມາຕົ້ນ ທາງ ແລະປາຍທາງຂອງບັ້ງກະ ໂພກປິ່ງປ໋ອງ ແລະບັ້ງໄຟພຸທີ່ພາ ໃຫ້ເກີດເຫດຄັ້ງນີ້, ພ້ອມທັງໃຫ້ ຮູ້ແຈ້ງວ່າໃຜເປັນເຈົ້າຂອງເພື່ອ ນຳເອົາຕົວຜູ້ກະທຳຜິດ ແລະຜູ້ ຮ່ວມຂະບວນການມາດຳເນີນ ຄະດີຕາມລະບຽບກົດໝາຍ.
ອີກເທື່ອໜຶ່ງຂ້າພະເຈົ້າໃນ ນາມຕາງໜ້າໃຫ້ກໍາລັງປ້ອງກັນ ຄວາມສະຫງົບ ແຂວງສະຫວັນ ນະເຂດ ຂໍຮຽກຮ້ອງມາຍັງບັນດາ ທ່ານ, ບັນດາສະຫາຍທັງບຸກຄົນ ແລະນິຕິບຸກຄົນກໍ່ຄືພົນລະເມືອງ ທຸກຊັ້ນຄົນເວົ້າລວມ, ເວົ້າສະເພາະ ຊາວແຂວງສະຫວັນນະເຂດຈົ່ງ ຢ່າໄດ້ຫຼົງເຊຶ່ອການປ່ອຍຂ່າວ ປອມການໃສ່ຮ້າຍປ້າຍສີ ຫຼືຄຳ ເວົ້າທີ່ບິດເບືອນຂອງກຸ່ມຄົນບໍ່ດີ ຈຳນວນໜຶ່ງ ແລະສິ່ງສຳຄັນ ທີ່ສຸດແມ່ນຈົ່ງພ້ອມກັນຮ່ວມແຮງ ຮ່ວມໃຈ, ຊ່ວຍເປັນຫູເປັນຕາໃນ ການປົກປັກຮັກສາ ແລະສ້າງ ສາພັດທະນາປະເທດຊາດໃຫ້ຮຸ່ງ ເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.