ລະຫວ່າງວັນທີ 10-11 ທັນວາ 2020 ນີ້ ທີໂຮງແຮມຊະນະແກ້ວ ນະຄອນ-ຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການເຝົ້າລະວັງ, ການຄົ້ນຫາພະຍາດ, ການເກັບຕົວຢ່າງ, ການປ້ອງກັນ ແລະຄວບຄຸມໂຄວິດ 19. ໂດຍການເປັນປະທານ ຂອງ ທ່ານ ດຣ ນາງ ລັດສະໜີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີຕ່າງໜ້າກົມ, ພະແນກສາທາລະນະສຸກແຂວງ, ເຈົ້າໜ້າທີດ່ານສາກົນ 6 ແຂວງພາກເໜືອຄື: ແຂວງຫຼວງພະບາງ, ຜົ້ງສາລີ, ບໍ່ແກ້ວ, ຫຼວງນ້ຳທາ, ໄຊຍະບູລີ ແລະ ແຂວງຫົວພັນ ເຂົ້າຮ່ວມ.

Image may contain: 2 people, people standing and indoor

.

Image may contain: 3 people, indoor

.

Image may contain: 5 people, people sitting and indoor

ທ່ານ ດຣ ນາງ ລັດສະໜີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ພະຍາດອັກເສບປອດຍ້ອນເຊື້ອຈຸລະໂລກສາຍພັນໃຫ່ມ ຫຼືໂຄວິດ 19 ແມ່ນເປັນບັນຫາຮ້າຍແຮງທີ່ກະທົບໃສ່ບໍ່ສະເພາະແຕ່ທາງດ້ານສຸຂະພາບຂອງຄົນ ແຕ່ມັນຍັງກະທົບໃສ່ທາງດ້ານເສດຖະກິດຂອງພາກພື້ນ ແລະໃນທົ່ວໂລກ, ເຊິ່ງໃນປັດຈຸບັນນີ້ໃນທົ່ວໂລກມີກໍລະນີຕິດເຊື້ອ ທັງໝົດ 70.000.000 ກວ່າ ຄົນ, ຕາຍທັງໝົດ 1.000.000 ກວ່າຄົນ, ຈໍານວນປິ່ນປົ່ວຫາຍດີ ທັງໝົດ 47.000.000ກວ່າຄົນ, ໃນບັນດາປະເທດທີ່ມີຜູ້ຕິດເຊື້ອສູງ ແລະມີການຕາຍສູງອັນດັບໝຶ່ງແມ່ນຢູ່ໃນປະເທດສະຫະລັດອາເມລິກາ, ຮອງລົງມາແມ່ນປະເທດອິນເດຍ, ສຳລັບປະເທດລາວເຮົາມີຜູ້ຕິດເຊື້ອສະສົມມາຮອດປະຈຸບັນມີ ທັງໝົດ 41 ຄົນ.

Image may contain: 1 person, indoor

.

Image may contain: 1 person, sitting and indoor

.

Image may contain: 3 people, people sitting and indoor

ທ່ານຍັງໄດ້ກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້ ເປັນການສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ ດ່ານສາກົນ 6 ແຂວງພາກເໜືອໄດ້ຮັບຮູ້ເຂົ້າໃຈ ການເຝົ້າລະວັງ, ການຄົ້ນຫາພະຍາດ, ການເກັບຕົວຢ່າງ, ການປ້ອງກັນ ແລະຄວບຄຸມໂຄວິດ 19. ພ້ອມນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງກົດລະບຽບສາກົນທາງດ້ານສາທາລະນະສຸກ ກ່ຽວກັບວຽກງານຈຸດຜ່ານແດນ, ຄວາມຄືບໜ້າສະຖານະການການລະບາດພະຍາດໂຄວິດ 19 ຢູ່ທົ່ວໂລກ ແລະພາກພື້ນ, ໂດຍສະເພາະແມ່ນ ຢູ່ ສປປ ລາວ, ພາລະບົດບາດຂອງຂະແໜງສາທາລະນະສຸກປະຈໍາດ່ານສາກົນ ຕາມດໍາລັດເລກທີ 558/ລບ, ກົດໝາຍສະກັດກັນ ແລະຄວບຄຸມພະຍາດຕິດຕໍ່, ການເຝົ້າລະວັງ ແລະໂຕ້ຕອບການສຶບສວນສອບສວນການຕິດຕາມຜູ້ສຳພັດໃກ້ຊິດ, ການມີສ່ວນຮ່ວມໃນຊຸມຊົນ, ການເກັບຕົວຢ່າງ ແລະນໍາສົ່ງຕົວຢ່າງ, ຄູ່ມືມາດຕະຖານການປະຕິບັດງານສຳລັບພະນັກງານປະຈໍາດ່ານໃນການຄຸ້ມຄອງຜູ້ເດີນທາງທີ່ບໍ່ສະບາຍ, ທີ່ເດີນທາງຈາກຕ່າງປະເທດເຂົ້າມາ ສປປ ລາວ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ 19 , ຂັ້ນຕອນການລ້າງມື ແລະການອານາໄມຂ້າເຊື້ອຢູ່ຈຸດຜ່ານແດນ.ວາລະກອງປະຊຸມໄດ້ມີການສົນທະນາຖາມ-ຕອບ ແລະ ການຝຶກຊ້ອມເຫດການຈໍາລອງ, ການປະຕິບັດໃນການໂຕ້ຕອບຕໍ່ພະຍາດ ໂຄວິດ 19 ເພື່ອນໍາໄປຈັດຕັ້ງປະຕິບັດຢູ່ກັບທ້ອງຖິ່ນຕົນຕື່ມອີກ.

Image may contain: 2 people, people standing, suit, wedding and indoor

.

Image may contain: 1 person, standing, screen and indoor

.

Image may contain: one or more people and indoor

ຂ່າວ: ເພັດສາຄອນ ສິມມະວົງ

Leave a Reply

Your email address will not be published. Required fields are marked *