ຕາມການໃຫ້ສໍາພາດຂອງ ທ່ານ ສົມໄຈ ບຸນໄຊທິບ ຕາງໜ້າໃຫ້ນັກທຸລະກິດຈີນ ລະບຸວ່າ:ການສົ່ງໝາກຖົ່ວເບີອອກໄປ ສປ ຈີນວ່າ: ປັດຈຸບັນທາງບໍລິສັດບໍ່ສາມາດສົ່ງໝາກຖົ່ວເບີໄປສປຈີນ ຍ້ອນວ່າເຈົ້າໜ້າທີ່ຝ່າຍຈີນບໍ່ອະນຸຍາດໃຫ້ນຳເຂົ້າ ແລະ ທາງບໍລິສັດກໍບໍ່ຮູ້ສາເຫດເຊັ່ນກັນ, ສ່ວນເຈົ້າໜ້າທີ່ຝ່າຍລາວແມ່ນໄດ້ອະນຸມັດຖືກຕ້ອງຕາມລະບຽບແລ້ວ. ດັ່ງນັ້ນ ຈຶ່ງເຮັດໃຫ້ໝາກຖົ່ວຄ້າງໃນລົດຂົນສົ່ງເປັນເວລາຫລາຍວັນ, ເຮັດໃຫ້ໝາກຖົ່ວເສຍຄຸນນະພາບ ແລະ ເນົ່າເປື່ອຍຕາມເວລາ, ພ້ອມທັງໄດ້ຄິດໄລ່ເງິນ 1.000 ຢວນຕໍ່ມື້ ໃຫ້ເຈົ້າຂອງລົດຂົນສົ່ງທີເສຍເວລາຕື່ມອີກ, ມາຮອດວັນທີ 13 ທັນວາ 2020 ທາງບໍລິ ສັດຈີ່ງໄດ້ຕັດສີນໃຈນໍາເອົາໝາກຖົ່ວໄປຖອກຖິ້ມຢູ່ສະໜາມຂີ້ເຫຍື້ອ, ສ່ວນນທີ່ຍັງດີ ແລະ ກິນໄດ້ແມ່ນໄດ້ແຈກຢາຍໃຫ້ປະຊາຊົນໄປບໍລິໂພກ, ເຊິ່ງລວມມີໝາກຖົ່ວທັງໝົດຈຳນວນ 80 ກວ່າໂຕນ, ມູນຄ່າເສຍຫາຍທັງໝົດ 8 ແສນກວ່າຢວນ ຄິດເປັນເງິນກີບ 1,2 ຕື້ກວ່າກີບ.

Image may contain: food

ທ່ານ ສົມໄຈ ບຸນໄຊທິບ ຕາງໜ້າໃຫ້ບໍລິສັດ ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງໃຫ້ການຊ່ວຍ ເຫລືອ ແລະ ຊ່ວຍແກ້ໄຂເພື່ອເຮັດໃຫ້ໝາກຖົ່ວເບີສາມາດສົ່ງອອກໄປ ສປ ຈີນໄດ້. ຜ່ານມາທາງບໍລິສັດ ໄດ້ສົ່ງເສີມປະຊາຊົນປູກໝາກຖົ່ວເບີ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວມາເປັນເວລາ 5 ປີແລ້ວ, ໃນແຕ່ລະປີການສົ່ງອອກແມ່ນບໍ່ມີບັນຫາ, ແຕ່ຕົກມາ ປີ 2020 ນີ້ ໄດ້ພົບຄວາມຍຸ້ງຍາກ, ເນື່ອງຈາກວ່າທາງ ສປ ຈີນ ບໍ່ອະນຸຍາດໃຫ້ນຳເຂົ້າ ແລະ ທາງບໍລິສັດ ກໍຍັງບໍ່ທັນຮູ້ສາຍເຫດທີ່ຊັດເຈນ. ປັດຈຸບັນ ປະຊາຊົນພວມເລັ່ງເກັບກູ້ຜົນລະປູກ ເຊິ່ງ ໄດ້ເລີ່ມມາແຕ່ເດືອນ ພະຈິກ 2020 ແລະ ຈະເກັບກູ້ໄປຮອດທ້າຍເດືອນ ພຶດສະພາ 2021 ຈຶ່ງຈະສຳເລັດ, ຖ້າເກັບກູ້ສໍາເລັດຈະໄດ້ 700-800 ຖ້ຽວລົດຄອນເທັນເນີ ໃນຈໍານວນ 22 ພັນກ່ວາໂຕນ.

Image may contain: one or more people and closeup

.

Image may contain: one or more people, people standing and outdoor

ຂ່າວ-ພາບ: ກິ່ນນາລົມ

Leave a Reply

Your email address will not be published. Required fields are marked *