ນະຄອນຫຼວງວຽງຈັນ: ຄະນະກໍາມະການຕ້ານການຄ້າມະນຸດ ນະຄອນ ຫຼວງວຽງຈັນ (ນວ) ກວດພົບຮ້ານ ທີ່ມີການລັກລອບຂາຍປະເວນີ 105 ຮ້ານ. ໃນນັ້ນ ລວມມີ ທັງໂຮງແຮມ, ເຮືອນພັກ, ຮ້ານອາຫານ-ຮ້ານກິນດື່ມ ແລະ ພື້ນທີ່ສັບສົນ, ເຊິ່ງເດັ່ນກວ່າໝູ່ແມ່ນ ຮ້ານອາຫານ-ຮ້ານກິນດື່ມ ກວມເອົາ 80 ກວ່າຮ້ານ ທົ່ວນະຄອນຫຼວງວຽງຈັນ.
ພັທ ສຸລິວັນ ລາດຊະວົງ ຫົວໜ້າຫ້ອງຕໍາຫຼວດ ຫົວໜ້າກອງເລຂາ ນະຄອນຫຼວງວຽງຈັນ ໄດ້ລາຍ ງານໃນກອງປະຊຸມການຕິດຕາມກວດກາ ແລະ ການຈັດຕັ້ງການເຄື່ອນໄຫວວຽກງານຄ້າມະນຸດ ປະຈໍາປີ 2019 ທີ່ຈັດຂຶ້ນໃນຕົ້ນເດືອນທັນວາ ນີ້ ໃຫ້ຮູ້ວ່າ: ໃນປີ 2019 ,ການເກັບກໍາສະຖິຕິກ່ຽວ ກັບວຽກງານການຄ້າ-ຂາຍປະເວນີ ໃນນະຄອນ ຫຼວງວຽງຈັນ ຢູ່ບັນດາສະຖານທີ່ຕ່າງໆ ທີ່ເປັນຈຸດຫຼ່ໍແຫຼມ
ເປັນຕົ້ນແມ່ນ ໂຮງແຮມ, ເຮືອນພັກ, ຮ້ານກິນດື່ມ- ບັນເທີງຕ່າງໆ ພົບວ່າ ທົ່ວນະຄອນຫຼວງວຽງຈັນ ສາມາດກວດພົບຮ້ານອາຫານ-ຮ້ານກິນດື່ມ ທີ່ມີ ການຂາຍປະເວນີ 82 ຮ້ານ, ໂຮງແຮມ 16 ແຫ່ງ, ຮ້ານຄາລາໂອເກະ 3 ຮ້ານ, ເຮືອນພັກ 2 ຫຼັງ ແລະ ຮ້ານເສີມສວຍ-ກາເຟ ຈໍານວນ 2 ຮ້ານ.
ນອກນີ້, ຍັງມີພື້ນທີ່ສັບສົນ ຈໍານວນ9 ຈຸດ,ໂດຍສະເພາະ ເສັ້ນທາງ 450 ປີ, ເຂດບ້ານໜອງບຶກ, ບ້ານໂຊກນ້ອຍ,ບ້ານໂພນປ່າເປົ້າ ແລະອື່ນໆ.ໃນຈໍານວນດັ່ງກ່າວ,ໄດ້ເຮັດບົດບັນທຶກ-ສຶກສາອົບຮົມກັບຜູ້ຄ້າປະເວນີ ຈໍານວນ 82 ຄົນ ເປັນຄົນຫວຽດ ນາມ 21 ຄົນ, ຜູ້ຂາຍປະເວນີ 357 ຄົນ ເປັນຄົນຫວຽດນາມ 36 ຄົນ, ສຶກສາອົບຮົມ ຜູ້ທີ່ມີຄວາມສ່ຽງຕົກເປັນເຫຍື່ອການຄ້າມະນຸດ 45 ຄົນ.
ພັທ ສຸລິວັນ ລາດຊະວົງ ຍັງໃຫ້ຮູ້ຕື່ມອີກວ່າ: ໄລ ຍະປີ 2012 – 2019,ໄດ້ດໍາເນີນຄະດີຄ້າມະນຸດທັງ ໝົດ 13 ເລື່ອງ; ໃນນັ້ນ, ສົ່ງໄອຍະການ ຈໍານວນ 9 ເລື່ອງ, ໂຈະການດໍາເນີນ 4 ເລື່ອງ, ຜູ້ຖືກເຄາະຮ້າຍມີ 25 ຄົນ, ຕໍ່າກວ່າ 18 ປີ ຈໍານວນ 16 ຄົນ,ມີຜູຖືກ ຫາ13 ຄົນ ຍິງ10 ຄົນ,ກໍາລັງດໍາເນີນຄະດີຄ້າ-ຂາຍ ປະເວນີ 6 ເລື່ອງ ແລະ ຍັງຈະສືບຕໍ່ກວດກາໃນປີ 2020.