ໃນວັນທີ 14.12.2020 ເວລາ 22:45ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີອຸບັດຕິເຫດລົດໃຫຍ່+ລົດໃຫຍ່ ຢູ່ບ້ານ ແສນຊຸມ ເມືອງໂພນໂຮງ ແຂວງວຽງຈັນ.

ເມື່ອຫນວ່ຍກູ້ຊີບອອກກວດສອບເຫດພົບເຫັນຜູ້ບາດເຈັບ 01 ຄົນ, ເປັນເພດຊາຍ, ອາຍຸ 31 ປີ ຢູ່ບ້ານບົວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ

ອາການເບື້ອງຕົ້ນແມ່ນ: ມີບາດແຜຖະຫລອກຢູ່ຂາເບື້ອງຊ້າຍ ແລະ ມີບາດແຜຈິກຂາດຢູ່ນິ້ວຕີນເບື້ອງຊ້າຍ

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈື່ງໄດ້ປະຖົມພະຍາບານແລ້ວນຳສົ່ງໄປທີ່ໂຮງຫມໍແຂວງວຽງຈັນ.
