ຕາມຂ່າວຈາກ ຫວຽດນາມ,ເມື່ອບໍ່ດົນມານີ້, ຣັດເຊຍ ຈະເປີດໂຮງງານ ຜະລິດ ວັກຊິນ“Sputnik V” ທີ່ຕັ້ງຢູ່ ນະຄອນຫລວງ ມົດສະກູ ປະມານ 10 ລ້ານຫລອດ ຕໍ່ເດືອນ ເພື່ອຮັບປະກັນ ການຕອບສະໜອງ ວັກຊິນ ຢ່າງພຽງພໍ ເພື່ອສັກຢາ ປ້ອງກັນ ໃຫ້ກັບປະຊາຊົນ ໄດ້ຢ່າງທົ່ວເຖິງ.ນັບແຕ່ເດືອນທັນວາ ຫາທ້າຍເດືອນ ມັງກອນ ປີ2021 ຈະມີວັກຊິນ

ດັ່ງກ່າວ ປະມານ 6,9 ລ້ານຫລອດ ເພື່ອຈຳໜ່າຍ ໃຫ້ກັບພົນລະເມືອງ ເພື່ອສະກັດກັ້ນ ການແຜ່ລະບາດ ໂຄວິດ-19 ຢ່າງຮີບດ່ວນ.

ຮຽບຮຽງຂ່າວໂດຍ ສະໄຫວ