ພິທີ ປະກາດເມືອງແກ່ນທ້າວ ແຂວງໄຊຍະບູລີ ເປັນເມືອງຢຸດຕິການຖ່າຍຊະຊາຍ ໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2020 ຜ່ານມາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ ນາງ ໄກຍະສອນ ສີດາ ຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ, ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄໍາປຸ່ນ ນວນສະບັບ ຮອງເຈົ້າເມືອງແກ່ນທ້າວ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມໄດ້ລາຍງານວ່າ: ເມືອງແກ່ນທ້າວ ຕັ້ງຢູ່ຫ່າງຈາກເທສະບານແຂວງ ປະມານ 208 ກິໂລແມັດ, ມີ 47 ບ້ານ, 8.600 ກວ່າຄອບຄົວ, ມີພົນລະເມືອງທັງໝົດ 42.800 ກວ່າຄົນ, ຍິງ 20.700 ກວ່າຄົນ, ຄວາມໜ້າແໜ້ນຂອງປະຊາກອນ 31 ຄົນ/ກິໂລຕາແມັດ, ມີນໍ້າລິນ 6 ແຫ່ງ, ນໍ້າບາດານ 1.500 ກວ່າບໍ່, ນໍ້າສ້າງ 3.800 ກວ່າແຫ່ງ, ວິດຖ່າຍຄອບຄົວ 8.600 ກວ່າໜ່ວຍ.

ຜ່ານການປະເມີນບ້ານຢຸດຕິການຖ່າຍຊະຊາຍ ສາມາດປະກາດຮັບຮອງເປັນ ບ້ານຢຸດຕິການຖ່າຍຊະຊາຍ 47 ບ້ານ ເທົ່າກັບ 100%, ຄອບຄົວຢຸດຕິການຖ່າຍຊະຊາຍ 8.600 ກວ່າຄອບຄົວ ເທົ່າກັບ 99,60% ແລະ ຜ່ານການປະເມີນເມືອງຢຸດຕິຖ່າຍຊະຊາຍ ຕາມ 3 ມາດຖານ ປະຕິບັດໄດ້ 96.67%.

ໃນໂອກາດ ມອບໃບຢັ້ງຢືນເມືອງແກ່ນທ້າວ ຢຸດຕິການຖ່າຍຊະຊາຍ ນີ້, ທ່ານ ດຣ ນາງ ໄກຍະສອນ ສີດາ ກໍໄດ້ຮຽກຮ້ອງມາຍັງທຸກພາກສ່ວນ, ຂະແໜງການທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງແກ່ນທ້າວ ຕ້ອງອອກແຮງຮັກສາມູນເຊື້ອ ແລະ ນາມມະຍົດ ເລີ່ມຈາກ ຄອບຄົວຢຸດຕິການຖ່າຍຊະຊາຍ, ບ້ານຢຸດຕິການຖ່າຍຊະຊາຍ ແລະ ເມືອງຢຸດຕິຖ່າຍການຊະຊາຍ.

Leave a Reply

Your email address will not be published. Required fields are marked *