ຕາມປົກກະຕິຜ່ານມາແລ້ວພະຍາດໄຂ້ຍຸງລາຍຈະແຜ່ເຊື້ອ ໃນລະດູຝົນເທົ່ານັ້ນ, ແຕ່ປັດຈຸບັນນີ້ຢູ່ ປະເທດລາວເຮົາພົບພະຍາດໄຂ້ຍຸງລາຍທີ່ແຜ່ເຊື້ອໃນລະດູໜາວແລ້ວຊຶ່ງໃນນີ້ຖືວ່າເປັນປະກົດການໃໝ່ຂອງພະຍາດນີ້.

ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ກ່າວ ກ່ຽວກັບສະພາບຂອງການແຜ່ລະບາດຂອງພະຍາດຍຸງລາຍເມື່ອບໍ່ດົນມານີ້ວ່າ: ເປັນປະກົດການໃໝ່ຂອງພະຍາດໄຂ້ຍຸງລາຍຢູ່ລາວທີ່ສາມາດແຜ່ເຊື້ອໃນລະດູໜາວເພາະຜ່ານມາບໍ່ເຄີຍພົບພະຍາດນີ້ແຜ່ລະບາດໃນລະດູນີ້ເລີຍ.

ນັບແຕ່ເດືອນມັງກອນ ຫາ ເດືອນທັນວາ 2020 ນີ້ ຢູ່ລາວມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍຫຼາຍກວ່າ 8.000 ກໍລະນີ ຊຶ່ງນະຄອນຫຼວງວຽງຈັນ ພົບພະຍາດນີ້ຫຼາຍກວ່າແຂວງອື່ນ, ຮອງລົງມາ ແມ່ນແຂວງບໍລິຄໍາໄຊ ແລະ ແຂວງ ບໍ່ເເກ້ວ ໂດຍມີຜູ້ເສຍຊີວິດ 13 ຄົນ (ນະຄອນຫຼວງ 4, ບໍລິຄໍາໄຊ 2, ສະຫວັນນະເຂດ 1, ຄໍາມ່ວນ 2, ໄຊຍະບູລີ 1, ອຸດົມໄຊ 1, ຜົ້ງສາລີ 1 ແລະ ຊຽງຂວາງ 1).

ທ່ານ ດຣ. ສີສະຫວາດໄດ້ກ່າວຕື່ມວ່າ: ຢາກຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນສືບຕໍ່ທຳລາຍແຫຼ່ງເພາະພັນຍຸງລາຍ ໂດຍສະເພາະໜອນນໍ້າເພື່ອຫຼຸດຜ່ອນໂຕຍຸງລາຍ, ຖ້າເປັນໄຂ້ໃຫ້ໄປພົບແພດໂດຍໄວເພື່ອບົ່ງມະຕິປິ່ນປົວໂດຍໄວ ແລະ ບໍ່ໃຫ້ຊື້ຢາມາກິນເອງ.

ຂ່າວ: ວຽງຈັນທາຍ